ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຊິງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກິລາແຫ່ງຊາດ ຫລັກ 16, ການແຂ່ງຂັນວັນທີ 12 ກັນຍາຜ່ານມາ U20 ປີ ທີມຊາດລາວ ລົງສະໜາມເປັນນັດທີ 2 ພົບກັບ ທັບຊາມູໄຣ ທີມຊາດຍີ່ປຸ່ນ ອະດີດແຊ້ມ 1 ສະໄໝ ເຕັງໜຶ່ງຂອງກຸ່ມນີ້ ທີ່ລົງທຳການແຂ່ງຂັນເປັນນັດທຳອິດ ໂດຍມີຜູ້ຊົມໃນສະໜາມ 9200 ກວ່າຄົນ ແລະ ກໍເປັນອີກໜຶ່ງນັດທີ່ມີສາຍຝົນລົບກວນ, ຝົນຕົກໜັກກ່ອນການແຂ່ງຂັນ ເຮັດໃຫ້ຕ້ອງເລື່ອນການແຂ່ງຂັນອອກໄປ 30′ ນາທີ ແຕ່ສະພາບສະໜາມຍັງປຽກຊຸ່ມ ສົ່ງຜົນຕໍ່ການເຄື່ອນຕົວສົ່ງບານບໍ່ສະດວກ.
ນັດນີ້ ໄມເຄິນ ໄວສ໌ຄູຝຶກທີມຊາດລາວ ປັບປ່ຽນນັກເຕະຕົວຈິງ 4 ຕຳແໜ່ງ ຈາກນັດທຳອິດທີ່ຊະນະ ເກາະກວມ 3-0 ເສຍປຽບດ້ານພະລະກຳລັງໃຫ້ ຍີ່ປຸ່ນ ແນ່ນອນ ເພາະໄດ້ພັກພຽງ 1 ວັນ, ທີມຊາດລາວ ເຖິງວ່າມີຮູບຮ່າງເສຍປຽບ ທັບຊາມູໄຣ ແຕ່ກໍພະຍາຍາມສູ້ສຸດຂີດ ແຕ່ຍັງຕ້ານທານເກມບຸກຂອງຍີ່ປຸ່ນບໍ່ໄຫວ ເສຍໃຫ້ ທັບຊາມູໄຣ 0-4 ຍີ່ປຸ່ນ ໄດ້ປະຕູຈາກ: ໄທຊິນ ຢາມາຊາກິ ນາທີ 20′, ຣິກຸ ຢາມາເນະ ນາທີ 43′, ໂຊຕະ ກິຕາໂນະ ນາທີ 63′ ແລະ ຕົວສຳຮອງ ອິສເຊອິ ກູມາໂຕຣີຢະ ນາທີ 68′.
ສຳລັບຜົນການແຂ່ງຂັນອີກໜຶ່ງຄູ່ໃນກຸ່ມດຽວກັນ ເກາະກວມ ເສຍໃຫ້ ປາເລັສຕິນ 0-5. ຕາຕະລາງຄະແນນ ກຸ່ມ C ຂະນະນີ້ U20 ປີ ທີມຊາດປາເລັສຕິນ ຂຶ້ນນຳ ມີ 4 ຄະແນນຈາກ 2 ນັດ, ຮອງລົງມາ ທີມຊາດຍີ່ປຸ່ນ ແຂ່ງ 1 ນັດ ມີ 3 ຄະແນນ, ທີມຊາດລາວ ແຂ່ງ 2 ນັດ ມີ 3 ຄະແນນ, ຂະນະທີ່ ເຢເມັນ ແຂ່ງ 1 ນັດ ມີ 1 ຄະແນນ ແລະ ເກາະກວມ ແຂ່ງ 2 ນັດ ຍັງບໍ່ມີຄະແນນ.
ນັດຕໍ່ໄປ U20 ປີ ທີມຊາດລາວ ຈະພົບກັບ ເຢເມັນ ໃນວັນທີ 14 ກັນຍານີ້ ເວລາ 19:00 ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວ ຊ່ອງ 3, ອີກໜຶ່ງຄູ່ ຍີ່ປຸ່ນ ພົບ ກວມ ແຂ່ງເປັນຄູ່ທຳອິດ ເວລາ 16:00 ທັງສອງຄູ່ແຂ່ງຂັນທີ່ສະໜາມກິລາແຫ່ງຊາດ ຫລັກ 16. ສຳລັບປີ້ເຂົ້າຊົມການແຂ່ງຂັນຮອບຄັດເລືອກຄັ້ງນີ້ ລາຄາ 10,000 ກີບ ສາມາດຊື້ປີ້ໄດ້ທີ່ສະຫະພັນບານເຕະແຫ່ງຊາດລາວ ແລະ ໜ້າສະໜາມກິລາແຫ່ງຊາດ ຫລັກ ຫລັກ 16 ໃນມື້ທີ່ມີການແຂ່ງຂັນ, ເຊິ່ງລາຍໄດ້ຈາກການຂາຍປີ້ທັງໝົດ ໂດຍບໍ່ຫັກຄ່າໃຊ້ຈ່າຍໃດໆ ສຕລ ຈະນຳໄປມອບໃຫ້ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນທ້າຍເດືອນສິງຫາຜ່ານມາ ເພື່ອຊ່ວຍສ້ອມແປງລະບົບນໍ້າລິນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມດັ່ງກ່າວ.
Photo: LFF