ຮາແລນ ໄດ້ລາງວັນເກີບຄຳ ດາວຍິງສູງສຸດລີກຊັ້ນນຳຂອງເອີຣົບ ລະດູການ 2022-21 ຍິງ 36 ປະຕູ

ເອີລິ້ງ ຮາແລນ ສູນໜ້າທີມຊາດນອກແວ ໄວ 22 ປີ ຂອງສະໂມສອນ ແມນເຊັສເຕີ ຊິຕີ້ ໄດ້ລາງວັນເກີບຄຳ (Golden Boot) ພາຍຫລັງຍິງປະຕູໄດ້ຫລາຍສຸດໃນລີກຊັ້ນນຳຂອງເອີຣົບ ລະດູການຫລ້າສຸດ 2022-23 ລວມ 36 ປະຕູ ໃນສັງວຽນ ພຣີເມ່ຍລີກ ອັງກິດ, ກາຍເປັນນັກເຕະບານຊາວນອກແວຄົນທຳອິດ ແລະ ນັກເຕະຈາກ ແມນຊິຕີ້ ຄົນທຳອິດໄດ້ຮັບລາງວັນນີ້.

ຖ້າລວມທຸກລາຍການທີ່ລົງຫລິ້ນໃນລະດູການ 2022-23 ຮາແລນ ຍິງໄດ້ເຖິງ 52 ປະຕູ ຈາກ 53 ນັດ, ເຊິ່ງລະດູການນີ້ ຮາແລນ ກວາດມາຫລາຍລາງວັນຄື: ດາວຍິງສູງສຸດຂອງພຣີເມ່ຍລີກ, ດາວຍິງສູງສຸດ ຢູຟ້າ ແຊ້ມປ້ຽນລີກ, ນັກເຕະດີເດັ່ນຈາກການໂຫວດຂອງນັກຂ່າວ-ສື່ມວນຊົນ, ນັກເຕະດີເດັ່ນຂອງພຣີເມ່ຍລີກ, ດາວຮຸ່ງດີເດັ່ນຂອງພຣີເມ່ຍລີກ ນັກເຕະດີເດັ່ນຂອງແມນຊິຕີ້, ຕິດທີມດີເດັ່ນແຫ່ງລະດູການຂອງ ຢູຟ້າ ແຊ້ມປ້ຽນລີກ ແລະ ດາວຍິງສູງສຸດລີກຊັ້ນນຳຂອງເອີຣົບ ໂດຍຊ່ວຍຕົ້ນສັງກັດຄວ້າ 3 ແຊ້ມຄື: ພຣີເມ່ຍລີກ, ເອັຟເອຄັບ ແລະ ຢູຟ້າ ແຊ້ມປ້ຽນລີກ.

ຮາແລນ ຍັງມີໂອກາດລຸ້ນອີກຫລາຍລາງວັນ ເປັນຕົ້ນ: ນັກເຕະດີເດັ່ນຂອງຢູຟ້າ, ຟີຟ້າ ແລະ ບັນລົງດໍຣ.

Leave a Reply

Your email address will not be published. Required fields are marked *