ອາວ ອາລີ ເພີ່ມສະຖິຕິຄອງແຊ້ມສະໂມສອນທະວີບອາຟຣິກາ ສະໄໝທີ 11 ຫລັງຊະນະ ວີດ໊າດ 3–2

ອາວ ອາລີ ສະໂມສອນບານເຕະຊັ້ນນຳຈາກປະເທດເອຢິບ ສາມາດພິຊິດສະໂມສອນທະວີບອາຟຣິກາ ຫລື CAF Champions League ລະດູການ 2022-23 ພາຍຫລັງຮອບຊິງຊະນະເລີດ ເອົາຊະນະ ວີດ໊າດ ເອຊີ ແຊ້ມເກົ່າ ຈາກໂມຣັອກໂຄ (ມາຣົກ) ລວມຜົນສອງນັດ 3–2 ເພີ່ມສະຖິຕິຄອງແຊ້ມລາຍການນີ້ສູງສຸດ ເປັນສະໄໝທີ 11.

ອາວ ອາລີ ຄວ້າສິດໄປແຂ່ງຂັນເຕະບານ ຊິງແຊ້ມສະໂມສອນໂລກ ຫລື FIFA Club World Cup 2023 ທີ່ຊາອຸດິ ອາຣາເບຍ ໃນວັນທີ 12–22 ທັນວາ 2023

Photo: Al Ahly SC

Leave a Reply

Your email address will not be published. Required fields are marked *