ແຟນບານຫລາຍພັນຄົນ ຮ່ວມຂະບວນແຫ່ສະຫລອງ 3 ແຊ້ມຂອງ ແມນຊິຕີ້

ແຟນບານຈຳນວນຫລາຍພັນຄົນ ມາຮ່ວມຂະບວນແຫ່ສະຫລອງ 3 ແຊ້ມຂອງ ແມນເຊັສເຕີ ຊິຕີ້ ຕາມເສັ້ນທາງສາຍຫລັກໃນເມືອງແມນເຊັສເຕີ ທາມກາງຝົນຕົກໜັກ ໄດ້ອີກໜຶ່ງບັນຍາກາດຂອງການສະຫລອງແຊ້ມທີ່ຊຸ່ມເຢັນ.

ລະດູການນີ້ ແມນຊິຕີ້ ສ້າງປະຫວັດສາດຄອງແຊ້ມ ຢູຟ້າ ແຊ້ມປ້ຽນລີກ ສະໄໝທຳອິດ ແລະ ເປັນທີມທີ 6 ຂອງອັງກິດ ທີ່ໄດ້ແຊ້ມລາຍການນີ້ ຕໍ່ຈາກ ແມນຢູ, ລີເວີພູລ, ນັອດຕິ້ງແຮມ ຟໍເຣັສ, ແອັສຕັນ ວິນລ້າ ແລະ ເຊວຊີ. ພ້ອມກັນນີ້ ຊິຕີ້ ສ້າງປະຫວັດສາດເປັນທີມທີ 2 ຂອງອັງກິດ ສາມາດຄວ້າ 3 ແຊ້ມໃນໜຶ່ງລະດູການ ຕໍ່ຈາກ ແມນຢູ ລະດູການ 1998-99 ຄື: ແຊ້ມ ພຣີເມ່ຍລີກ, ເອັຟເອຄັບ ແລະ ຢູຟ້າ ແຊ້ມປ້ຽນລີກ.

ຂະນະທີ່ ເປບ ກົວດີໂອລ້າ ຄູຝຶກຊາວແອັສປາຍ ກາຍເປັນຄູຝຶກຄົນທີ 4 ຂອງໂລກ ຄຸມທີມໄດ້ແຊ້ມ ຢູຟ້າ ແຊ້ມປ້ຽນລີກ 3 ສະໄໝ, ກ່ອນໜ້ານີ້ ເປບ ຄຸມ ບາຣເຊໂລນ້າ ໄດ້ແຊ້ມ 2 ສະໄໝ ປີ 2009 ແລະ ປີ 2011.

Photo: Manchester City

Leave a Reply

Your email address will not be published. Required fields are marked *