ການຈັດອັນດັບນັກເທັນນິສໂລກຫລ້າສຸດໃນຕົ້ນອາທິດນີ້, ປະເພດຊາຍດ່ຽວ ປະກົດວ່າ: ໂນວັກ ໂຢໂຄວິກ ໜຶ່ງໃນຍອດນັກເທັນນິສຈາກແຊັກບີ້ ພາຍຫລັງສ້າງປະຫວັດສາດ ເປັນນັກເທັນນິສຊາຍຄົນທຳອິດຂອງໂລກ ສາມາດຄວ້າແຊ້ມແກຣນສະແລມໄດ້ຫລາຍສຸດ 23 ສະໄໝ ດ້ວຍການເປັນແຊ້ມແກຣນສະແລມ ເຟັນ ໂອເພັນ 2023 ເຮັດໃຫ້ອັນດັບໂລກຫຍັບຂຶ້ນຈາກທີ 3 ກັບມາຢູ່ທີ 1 ຂອງໂລກອີກຄັ້ງ ມີ 7,595 ຄະແນນ.
ຂະນະທີ່ ຄາລັອສ ອາວຄາຣາຊ ພາຍຫລັງເສຍໃຫ້ ໂນວັກ ໃນຮອບຮອງຊະນະເລີດ ເຟັນ ໂອເພັນ 2023 ຫລົ່ນຈາກເບີ 1 ຂອງໂລກ ມາຢູ່ອັນດັບ 2 ມີ 7,175 ຄະແນນ, ອັນດັບ 3 ດານິວ ແມັດເວເດັຟ ຈາກຣັດເຊຍ ຕົກໜຶ່ງອັນດັບ ພາຍຫລັງຕົກຮອບທຳອິດ ເຟັນ ໂອເພັນ 2023 ມີ 6,100 ຄະແນນ. ສ່ວນ ແຄັສເປີ ຣຸດ ຈາກນອກແວ ຮອງແຊ້ມ ເຟັນ ໂອເພັນ ສອງສະໄໝຊ້ອນ ອັນດັບຄົງທີ່ ທີ 4 ຂອງໂລກ ມີ 4,960 ຄະແນນ.
ທີ 5-9 ຍັງຄົງທີ່, ທີ 5 ສະເຕຟານັອສ ຊິດຊີປັສ ຈາກເກັກ, ທີ 6 ໂຮເກີ ຣູເນີ ຈາກດານມາກ, ທີ 7 ອັງເດຣ ຣູເບັຟ ຈາກຣັດເຊຍ, ທີ 8 ເທເລີ ຟຣິດ ຈາກອາເມຣິກາ, ທີ 9 ຢານນິກ ຊິນເນີ ຈາດອີຕາລີ ແລະ ທີ 10 ຄາເຣັນ ຄາຊານັອຟ ຈາກຣັດເຊຍ ຫຍັບຂຶ້ນໜຶ່ງອັນດັບ.
ປະເພດຍິງດ່ຽວ: ອີກ້າ ສະເວຍເຕັກ ຈາກໂປໂລຍ ພາຍຫລັງປ້ອງກັນແຊ້ມ ເຟັນ ໂອເພັນ 2023 ຍັງຮັກສາບັນລັງມື 1 ຂອງໂລກ ຢ່າງໜຽວແໜ້ນ ມີ 8,940 ຄະແນນ, ທີ 2 ອາຣີນ້າ ຊາບາເລັນກ້າ ຈາກເບລາຣຸສ ມີ 8,012 ຄະແນນ, ທີ 3 ເອເລນ້າ ຣີບາກີນ້າ ຈາກຄາຊັກສະຖານ ຫຍັບຂຶ້ນໜຶ່ງອັນດັບ ມີ 5,090 ຄະແນນ, ທີ 4 ຄາໂຣລາຍ ກາເຊຍ ຈາກຝຣັ່ງ ກໍຫຍັບຂຶ້ນໜຶ່ງອັນດັບ ມີ 5,025 ຄະແນນ, ທີ ເຈັສຊີກ້າ ເປກູລ້າ ຈາກອາເມຣິກາ ຕົກສອງອັນດັບ, ທີ 6 ອອນ ຈາກເບີ ຈາກຕູນີຊີ້ ຫຍັບຂຶ້ນໜຶ່ງອັນດັບ, ທີ 7 ໂກໂກ້ ກັອຟ ຈາກອາເມຣິກາ ຕົກໜຶ່ງອັນດັບ, ທີ 8 ມາເຣຍ ຊັກກາຣີ້ ຈາກເກັກ ອັນດັບຄົງທີ່, ທີ 9 ເປຕ້າ ຄີໂຕວ້າ ຈາກສາທາລະນະລັດເຊັກ ແລະ ທີ 10 ບີຕຣີສ ແຮັດແດັດ ໄມອາ ຈາກເບຣຊິນ ຫຍັບຂຶ້ນ 4 ອັນດັບ.
ສ່ວນ ຄາໂຣລີນ້າ ມູໂຊວ້າ ຈາກສາທາລະນະລັດເຊັກ ທີ່ເຂົ້າສູ່ຮອບຊິງຊະນະເລີດ ລະດັບແກຣນສະແລມ ຄັ້ງທຳອິດ ແລະ ໄດ້ຮອງແຊ້ມ ເຟັນ ໂອເພັນ 2023 ຫຍັບຂຶ້ນ 27 ອັນດັບ ມາຢູ່ທີ 16 ຂອງໂລກຄັ້ງທຳອິດ.
Photo: ROLAND-GARROS