ໂນວັກ ໂຢໂຄວິກ ໜຶ່ງໃນຍອດນັກເທັນນິສຊາຍຈາກແຊັກບີ້ ພາຍຫລັງສ້າງປະຫວັດສາດ ເປັນນັກເທັນນິສຊາຍຄົນທຳອິດຂອງໂລກ ສາມາດຄວ້າແຊ້ມແກຣນສະແລມໄດ້ຫລາຍສຸດ 23 ສະໄໝ ດ້ວຍການເປັນແຊ້ມແກຣນສະແລມ ເຟັນ ໂອເພັນ 2023 ທີ່ສັງວຽນໂຣລ໋ອງ ກາຣັອສ ນະຄອນຫລວງປາຣີ ປະເທດຝຣັ່ງ ຮອບຊິງຊະນະເລີດເອົາຊະນະ ແຄັສເປີ ຣຸດ ຮອງແຊ້ມຄັ້ງຜ່ານມາ ມື 4 ຂອງໂລກ ຈາກນອກແວ 3-0 ເຊັດ: 7–6(7/1), 6–3 ແລະ 7–5.
ອີກໜຶ່ງສ້າງປະຫວັດສາດໃໝ່ທີ່ ໂນວັກ ສ້າງຂຶ້ນ ກາຍເປັນນັກເທັນນິສຊາຍຄົນທຳອິດ ໄດ້ແຊ້ມແກຣນສະແລມທັງ 4 ລາຍການຂອງໂລກ ຢ່າງຕໍ່າລາຍການລະ 3 ສະໄໝເຊັ່ນ: ອັອສສະເຕລ້ຽນ ໂອເພັນ 10 ສະໄໝ, ໂອເພັນ 3 ສະໄໝ, ວິມເບີດັນ 7 ສະໄໝ ແລະ ຢູເອັສ ໂອເພັນ 3 ສະໄໝ.
ແລະ ການເປັນແຊ້ມ ເຟັນ ໂອເພັນ ຄັ້ງນີ້ຂອງ ໂນວັກ ໄດ້ຮັບຂັນແຊ້ມ ແລະ ເງິນລາງວັນ 2 ລ້ານ 3 ແສນເອີໂຣ ຫລື ປະມານ 60 ຕື້ກວ່າກີບ, ຂະນະທີ່ ອີກ້າ ສະເວຍເຕັກ ນັກເທັນນິສຍິງ ມື 1 ຂອງໂລກ ຈາກໂປໂລຍ ປ້ອງກັນແຊ້ມລາຍການນີ້ໄດ້ສຳເລັດ ຫລັງເອົາຊະນະ ຄາໂຣລີນ້າ ມູໂຊວ້າ ອັນດັບ 43 ຂອງໂລກ ຈາກສາທາລະນະລັດເຊັກ ທີ່ເຂົ້າສູ່ຮອບຊິງຊະນະເລີດ ລະດັບແກຣນສະແລມ ຄັ້ງທຳອິດ 2-1 ເຊັດ: 6-2, 5-7, 6-4 ອີກ້າ ໄດ້ແຊ້ມ ເຟັນ ໂອເພັນ ເປັນສະໄໝທີ 3 ຕໍ່ຈາກ ປີ 2020 ແລະ 2022 ຮັບຂັນແຊ້ມ ແລະ ເງິນລາງວັນເທົ່າກັບປະເພດຊາຍດ່ຽວ.
ສ່ວນຮອງແຊ້ມທັງປະເພດຍິງດ່ຽວ ແລະ ຊາຍດ່ຽວ ໄດ້ຮັບເງິນລາງວັນເທົ່າກັນ 1,150,000 ເອີໂຣ ຫລື ເຄິ່ງໜຶ່ງຂອງແຊ້ມ. ສຳລັບເງິນລາງວັນ ເທັນນິສແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ຊິງເງິນລາງວັນລວມສູງສຸດໃນປະຫວັດສາດຂອງລາຍການນີ້ 49 ລ້ານ 6 ແສນເອີໂຣ, ຫລາຍກວ່າປີຜ່ານມາ 6 ລ້ານເອີໂຣ ຫລື ເພີ່ມຂຶ້ນ 12.3%.
Photo: ROLAND-GARROS