ທ່ານ ເຈິ້ງຈິນຢົງ (Zheng Jin Young) ຄູຝຶກກິລາປິ່ງປ່ອງທີມຊາດຈີນ ພໍໃຈກັບຜົນງານຂອງນັກກິລາຂອງຕົນ ທີ່ສາມາດຄອງອັນດັບ 1 ການແຂ່ງຂັນປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບຄັ້ງທຳອິດ ໃນລະຫວ່າງວັນທີ 1-4 ກັນຍາຜ່ານມາ, ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ.
ທ່ານເນັ້ນຕື່ມວ່າ: ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ໄດ້ ຫລື ເສຍ ເປັນອັນສຳຮອງ, ທີ່ສຳຄັນຄືຄວາມຮັກແພງ ສາມັກຄີ ມິດຕະພາບ ລະຫວ່າງຄະນະຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາດ້ວຍກັນ ເພື່ອສ້າງໃຫ້ວົງການກິລາປິ່ງປ່ອງອາຊີເຂັ້ມແຂງ ແລະ ພົ້ນເດັ່ນຂຶ້ນເທື່ອລະກ້າວ. ໂອກາດດຽວກັນນີ້ ທ່ານຍັງໄດ້ສະແດງຄວາມຄິດເຫັນຕໍ່ນັກກິລາປິ່ງປ່ອງລາວ ເຫັນວ່າ: ມີພື້ນຖານເຕັກນິກ ແລະ ທັກສະທີ່ດີສົມຄວນ ຫາກໄດ້ຮັບການຝຶກແອບເຄື່ອນໄຫວແຂ່ງຂັນຢ່າງຕໍ່ເນື່ອງ ໂດຍສະເພາະ ໄດ້ທົດສອບສີມືກັບນັກກິລາລະດັບທະວີບ ຫລື ສາກົນ ເຊື່ອວ່າ: ຈະສາມາດຍົກລະດັບຕົນເອງໄປສູ່ລະດັບແຖວໜ້າຂອງທະວີບໃນອະນາຄົດ, ພ້ອມກັບກ່າວຊົມເຊີຍການເປັນເຈົ້າພາບຈັດການແຂ່ງຂັນຂອງ ສປປ ລາວ ໃນຄັ້ງນີ້ ເຖິງວ່າເປັນຄັ້ງທຳອິດໃນການເປັນເຈົ້າພາບງານໃຫຍ່ລະດັບທະວີບກໍຕາມ ແຕ່ຖືວ່າ: ເຮັດໄດ້ດີແລ້ວ, ເຊື່ອໝັ້ນວ່າ: ລາວ ຍັງສາມາດເປັນເຈົ້າພາບງານໃຫຍ່ກວ່ານີ້ອີກ.
ນອກຈາກນີ້ ທ່ານ ເຈິ້ງຈິນຢົງ ຄູຝຶກກິລາປິ່ງປ່ອງທີມຊາດຈີນ ຍັງເປີດເຜີຍໃຫ້ຮູ້ເຖິງເຄັດລັບຂອງຈີນ ໃນການສ້າງນັກກິລາປິ່ງປ່ອງໃຫ້ເກັ່ງ, ອັນທຳອິດແມ່ນຍ້ອນໄດ້ຮັບການສະໜັບສະໜູນຈາກລັດຖະບານ ໂດຍເອົາໃຈໃສ່ຊຸກຍູ້ສົ່ງເສີມກິລາປະເພດນີ້ ເປັນກິລາປາຍແຫລມຂອງຊາດ ພ້ອມກັບສ້າງໃຫ້ເປັນກິລາມວນຊົນ ຊຶ່ງເຮັດໃຫ້ຄົນທົ່ວສັງຄົມມັກຮັກ ນິຍົມຫລິ້ນນີ້ຢ່າງຫລວງຫລາຍ ພ້ອມກັນນີ້ ຢູ່ປະເທດຈີນແມ່ນມີສະໂມສອນກິລາປິ່ງປ່ອງຈຳນວນຫລາຍ, ມີລາຍການແຂ່ງຂັນທີ່ຫລາກຫລາຍ ເຮັດໃຫ້ນັກກິລາມີເວທີສະແດງຄວາມສາມາດ ແລະ ພັດທະນາສີມື ກາຍເປັນຜົນດີເຮັດໃຫ້ຄູຝຶກທີມຊາດຍຸທາງຄັດເລືອກນັກກິລາມາຕິດທີມຊາດ.
ສຳລັບຜົນງານຂອງ ຄະນະນັກກິລາປິ່ງປ່ອງຂອງ ສປ ຈີນ ໃນການແຂ່ງຂັນປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ແມ່ນຍາດມາໄດ້ 5 ຫລຽນຄຳ 3 ຫລຽນເງິນ ແລະ 8 ຫລຽນທອງ ລວມ 16 ຫລຽນ ໃນນີ້ ລະດັບເຍົາວະຊົນ U15 ໄດ້ມາ 1 ຫລຽນຄຳ 2 ຫລຽນທອງ ແລະ ລະດັບໄວໜຸ່ມ U19 ໄດ້ 4 ຫລຽນຄຳ 3 ຫລຽນເງິນ ແລະ 6 ຫລຽນທອງ. ປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຈາກຈີນ ຄອງອັນດັບທີໜຶ່ງ ລາຍການນີ້ 23 ຄັ້ງຕິດຕໍ່ກັນ.