ບົດສະຫລຸບ ຢູຟ້າ ແຊ້ມປ້ຽນລີກ 2022-23 ເກີດສະຖິຕິໃໝ່ຫລາຍຢ່າງ, ຮອບຊິງລະດູການນີ້ ທີ່ສະໜາມອັນຕາເຕີກ ໃນນະຄອນອິສຕັນບູລ ປະເທດຕູຣາເຄຍ ທາມກາງຜູ້ຊົມ 71,000 ກວ່າຄົນ ແມນເຊັສເຕີ ຊິຕີ້ ເອົາຊະນະ ອິນເຕີ ມິລານ ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ໂຣດຣີ້ ນາທີ 68′.
ແມນຊິຕີ້ ສ້າງປະຫວັດສາດຄອງແຊ້ມ ຢູຟ້າ ແຊ້ມປ້ຽນລີກ ສະໄໝທຳອິດ ແລະ ເປັນທີມທີ 6 ຂອງອັງກິດຕໍ່ຈາກ ແມນຢູ, ລີເວີພູລ, ນັອດຕິ້ງແຮມ ຟໍເຣັສ, ແອັສຕັນ ວິນລ້າ ແລະ ເຊວຊີ. ພ້ອມກັນນີ້ ຊິຕີ້ ສ້າງປະຫວັດສາດເປັນທີມທີ 2 ຂອງອັງກິດ ສາມາດຄວ້າ 3 ແຊ້ມໃນໜຶ່ງລະດູການ ຕໍ່ຈາກ ແມນຢູ ລະດູການ 1998-99 ຄື: ແຊ້ມ ພຣີເມ່ຍລີກ, ເອັຟເອຄັບ ແລະ ຢູຟ້າ ແຊ້ມປ້ຽນລີກ.
ຂະນະທີ່ ເປບ ກົວດີໂອລ້າ ຄູຝຶກຊາວແອັສປາຍຂອງ ແມນຊິຕີ້ ກາຍເປັນຄູຝຶກຄົນທີ 4 ຂອງໂລກ ຄຸມທີມໄດ້ແຊ້ມ ຢູຟ້າ ແຊ້ມປ້ຽນລີກ 3 ສະໄໝ, ກ່ອນໜ້ານີ້ ເປບ ຄຸມ ບາຣເຊໂລນ້າ ໄດ້ແຊ້ມ 2 ສະໄໝ ປີ 2009 ແລະ ປີ 2011.
ສ່ວນອີກ 3 ຄູຝຶກທີ່ຄຸມທີມໄດ້ແຊ້ມ ຢູຟ້າ ແຊ້ມປ້ຽນລີກ 3 ສະໄໝ ປະກອບມີ: ຄາຣໂລ ອັນເຊລັອດຕິ ຄຸມ ເອຊີ ມິລານ ໄດ້ແຊ້ມປີ 2003, 2007 ແລະ ຄຸມ ຣຽວ ມາດຣິດ ໄດ້ແຊ້ມປີ 2014, 2022 ເປັນຄູຝຶກຄົນທຳອິດພາເຂົ້າຊິງ ຢູຟ້າ ແຊ້ມປ້ຽນລີກ 5 ຄັ້ງ ໄດ້ແຊ້ມຫລາຍສຸດ 4 ຄັ້ງ, ຕໍ່ມາແມ່ນ ບັອບ ເປັສລີ້ ຄຸມ ລີເວີພູລ ໄດ້ 3 ແຊ້ມ ປີ 1977, 1978, 1981 ແລະ ຊີເນດິນ ຊີດານ ຄຸມ ຣຽວ ມາດຣິດ ໄດ້ແຊ້ມ 3 ສະໄໝຊ້ອນ ປີ 2016, 2017, 2018.
ທາງດ້ານ ຢູລຽນ ອາວວາເຣັຊ ສູນໜ້າທີມຊາດອາກຊັງຕິນ ເຖິງວ່າບໍ່ໄດ້ລົງສະໜາມໃນຮອບຊິງ ແຕ່ກາຍເປັນນັກເຕະຄົນທຳອິດໄດ້ ແຊ້ມໃນລະດູການນີ້ຄື: 3 ແຊ້ມ ກັບ ແມນຊິຕີ້ ແລະ ໄດ້ແຊ້ມໂລກກັບທີມຊາດອາກຊັງຕິນ ລວມໄປເຖິງເປັນແຊ້ມ ຟີນາລິສຊີມ້າ ກັບ ອາກຊັງຕິນ.
ສຳລັບລາງວັນດາວຍິງສູງສຸດ ຢູຟ້າ ແຊ້ມປ້ຽນລີກ 2022-23 ແມ່ນ ເອີລິ້ງ ຮາແລນ ຈາກແມນຊິຕີ້ ຍິງ 12 ປະຕູ, ຜູ້ແອັສຊິດ ສົ່ງບານໃຫ້ເພື່ອນຍິງປະຕູຫລາຍສຸດແມ່ນ ເຄວິນ ເດີບຣອຍ ຈາກແມນຊິຕີ້ 7 ຄັ້ງ, ໂຣດຣີ້ ກອງກາງທີມຊາດແອັສປາຍຂອງແມນຊິຕີ້ ໄດ້ລາງວັນນັກເຕະດີເດັ່ນແຫ່ງລະດູການ ແລະ ຄາວີຊ້າ ຄາຣັສເຄເລຍ ປີກຊາວຊັອກຊີ້ຂອງ ນາໂປລີ ໄດ້ລາງວັນດາວເດັ່ນແຫ່ງລະດູການ.
Photo: Manchester City