ການແຂ່ງຂັນເທຄວັນໂດ້ ຊິງຂັນເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ 5 ທີ່ເດີນກິລາໃນຮົ່ມບູຢອງ ດົງໂດກ ໃນທ້າຍອາທິດຜ່ານມາ, ຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 205 ຄົນ ຍິງ 74 ຄົນ ຈາກ 15 ສະໂມສອນໃນທົ່ວປະເທດ, ແຂ່ງຂັນທັງໝົດ 88 ລາຍການ, ທັງນີ້ ກໍເພື່ອເປັນການສືບຕໍ່ສ້າງໂອກາດໃຫ້ນັກກິລາໄດ້ມີເວທີທົດສອບຄວາມສາມາດ ເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງ ເພື່ອຍົກລະດັບ ແລະ ພັດທະນາຂີດຄວາມສາມາດ, ສ້າງນັກກິລາໃຫ້ແຂງແກ່ນຂຶ້ນ.
ສຳລັບຜົນການແຂ່ງຂັນສະໂມສອນທີ່ຄວ້າຫລຽນຄຳ ຫລື ຜົນງານດີທີ່ສຸດໃນຄັ້ງນີ້ ແມ່ນສະໂມສອນ ຕາວັນ A ໄດ້ 18 ຫລຽນຄໍາ 20 ຫລຽນເງິນ 16 ຫລຽນທອງ ຄອງຂັນຊະນະເລີດເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ 5, ອັນດັບທີ 2 ສະໂມສອນລ້ານຊ້າງ ແຊ້ມເກົ່າ ໄດ້ 17 ຫລຽນຄໍາ 3 ຫລຽນເງິນ 6 ຫລຽນທອງ, ທີ 3 ພີເອັມເອັສ A ໄດ້ 14 ຫລຽນຄໍາ 9 ຫລຽນເງິນ 6 ຫລຽນທອງ.
ການແຂ່ງຂັນຄັ້ງນີ້ ເຫັນໄດ້ວ່າ: ນັກກິລາມີພັດທະນາການທີ່ດີຂຶ້ນເລື້ອຍໆ ມີການຕື່ນໂຕພັດທະນາຕົນເອງ ແລະ ພ້ອມແຂ່ງຂັນໃນລາຍການຕ່າງໆໃນຕໍ່ຫນ້າ.