ຊ້າງນ້ອຍ ແຊ້ມເກົ່າ ຊະນະ ວຽງຈັນ 15-0 ເພີ່ມສະຖິຕິຊະນະ 11 ນັດລວດ ລາວລີກ 1 ປີ 2023

ການແຂ່ງຂັນເຕະບານ ລາວລີກ 1 ປະຈຳປີ 2023 ນັດທີ 11 ໃນທ້າຍອາທິດຜ່ານມາ, ຊ້າງນ້ອຍ ເອັຟຊີ ແຊ້ມເກົ່າ ຟອມເດັ່ນຕໍ່ເນື່ອງ ຖະຫຼົ່ມ ວຽງຈັນ ເອັຟຊີ ເຖິງ 15-0 ເປັນໄຊຊະນະຂາດສຸດໃນ ລາວລີກ 1 ແລະ ເພີ່ມສະຖິຕິຊະນະ 11 ນັດຕິດຕໍ່ກັນ ໃນລີກສູງສຸດປີນີ້ ພ້ອມຄວ້າແຊ້ມລີກປີນີ້ແນ່ນອນແລ້ວ ພາຍຫລັງ ມາສເຕີ ເຊເວັນ ເສຍໃຫ້ ເອສະຣາ 1-4.

ສຳລັບ 15-0 ບຸນພະຈັນ ບຸນກອງ ແລະ ເອັມມານູເອວ ຍິງແຮັດທຣິກ ແຮັດໃຫ້ ນ້ອງໄກ່ ບຸນພະຈັນ ຄອງດາວຍິງສູງສຸດຂອງລີກຂະນະນີ້ ລວມ 14 ປະຕູ.

ສ່ວນ ຫຼວງພະບາງ ເປີດສະໜາມກິລາແຂວງຫຼວງພະບາງ ເອົາຊະນະ ຈຳປາສັກ 4-0 ແລະ ກອງທັບ ບຸກຊະນະ ນໍ້າທາ ຢູໄນເຕັດ 3-1.

ຊ້າງນ້ອຍ ແຂ່ງ 11 ນັດ ຊະນະລວດ ມີ 33 ຄະແນນເຕັມ ຄວ້າແຊ້ມລາວລີກ ປີ 2023 ເພາະມີຄະແນນນຳທີມອັນດັບ 2 ມາສເຕີ ເຊເວັນ ເຖິງ 11 ຄະແນນ ເຫຼືອການແຂ່ງຂັນພຽງ 3 ນັດ, ສ່ວນອັນດັບ 3 ແມ່ນ ເອສະຣາ ມີ 20 ຄະແນນ, ທີ 4 ກອງທັບ ມີ 19 ຄະແນນ, ທີ 5 ຫຼວງພະບາງ ມີ 10 ຄະແນນ, ອັນດັບ 6 ວຽງຈັນ ມີ 8 ຄະແນນ, ທີ 7 ນໍ້າທາ ມີ 6 ຄະແນນ ແລະ ອັນດັບ 8 ຈຳປາສັກ ມີ 5 ຄະແນນ.

Photo: Lao League 1 ລາວລີກ 1

Leave a Reply

Your email address will not be published. Required fields are marked *