ຢູຣິ ຕີເລມັນ ລາ ເລັສເຕີ ມາຮ່ວມທັບ ແອັສຕັນ ວິນລ້າ

ແອັສຕັນ ວິນລ້າ ໄດ້ ຢູຣິ ຕີເລມັນ ກອງກາງທີມຊາດເບວຢ້ຽມ (ແບນຊິກ) ໄວ 26 ປີ ຈາກເລັສເຕີ ຊິຕີ້ ແບບບໍ່ມີຄ່າໂຕ ໂດຍ ຕີເລມັນ ຈະໝົດສັນຍາກັບ ຈິງຈອກສະຫຍາມ ວັນທີ 1 ກໍລະກົດ 2023.

ຕີເລມັນ ມີຂ່າວກັບຫລາຍທີມໃຫຍ່ເຊັ່ນ: ອາຣເຊນໍລ, ແມນຢູ, ໂຣມ້າ ແຕ່ເລືອກ ວິນລ້າ. ເຕເລມັນ ຍ້າຍຈາກ ໂມນາໂຄ ມາຢູ່ກັບ ເລັສເຕີ ໃນເດືອນມັງກອນ ປີ 2019 ໃນສັນຍາຍືມຕົວ ຈາກນັ້ນ ເດືອນກໍລະກົດ ເລັສເຕີ ຊື້ຂາດ ດ້ວຍຄ່າໂຕເປັນສະຖິຕິຂອງສະໂມສອນ 40 ລ້ານປອນ, ຊ່ວຍທີມໄດ້ແຊ້ມ FA Cup ໃນປີ 2021 ໂດຍເປັນຜູ້ຍິງປະຕູໄຊ ຊ່ວຍທີມຊະນະ ເຊວຊີ 1-0.

ຕີເລມັນ ຍິງ 28 ຈາກ 195 ນັດກັບ ເລັສເຕີ, ສ່ວນປະສົບການກັບທີມຊາດ ເຕເລມັນ ໄດ້ໄປບານໂລກກັບປີສາດແດງແຫ່ງເອີຣົບ ປີ 2018 ແລະ 2022 ລວມທັງ ຢູໂຣ 2020.

Photo: Yuri Tielemans

Leave a Reply

Your email address will not be published. Required fields are marked *