ໂນວັກ ໂຢໂຄວິກ ໜຶ່ງໃນຍອດນັກເທັນນິສຊາຍຈາກແຊັກບີ້ ສ້າງປະຫວັດສາດ ເປັນນັກເທັນນິສຊາຍຄົນທຳອິດຂອງໂລກ ສາມາດຄວ້າແຊ້ມແກຮນສະແລມສູງສຸດ ສະໄໝທີ 23 ພາຍຫລັງ ຮອບຊິງຊະນະເລີດແກຣນສະແລມ ເຟັນ ໂອເພັນ 2023 ທີ່ສັງວຽນໂຣລ໋ອງ ກາຣັອສ ເອົາຊະນະ ແຄັສເປີ ຣຸດ ຮອງແຊ້ມຄັ້ງຜ່ານມາ ມື 4 ຂອງໂລກ ຈາກນອກແວ 3-0 ເຊັດ: 7–6(7/1), 6–3 ແລະ 7–5.
ພ້ອມກັນນີ້ ໂນວັກ ຍັງສ້າງປະຫວັດສາດ ເປັນນັກເທັນນິສຊາຍຄົນທຳອິດ ໄດ້ແຊ້ມແກຣນສະແລມທັງ 4 ລາຍການຂອງໂລກ ຢ່າງຕໍ່າລາຍການລະ 3 ສະໄໝເຊັ່ນ: ອັອສສະເຕລ້ຽນ ໂອເພັນ 10 ສະໄໝ, ໂອເພັນ 3 ສະໄໝ, ວິມເບີດັນ 7 ສະໄໝ ແລະ ຢູເອັສ ໂອເພັນ 3 ສະໄໝ.
Photo: RolandGarros