ມາຮູ້ຈັກ ສັງວຽນຮອບຊິງ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ລະຫວ່າງ ແມນຊິຕີ້ ກັບ ອິນເຕີ ມິລານ

ສະບາຍດີທ່ານຜູ້ຊົມທີ່ຮັກແພງ ຕ້ອນຮັບທ່ານຜູ້ຊົມທຸກທ່ານມາຮັບຊົມຂ່າວກິລາ ທຳອິດນີ້ ຈະພາທ່ານຜູ້ຊົມມາຮູ້ຈັກ ສັງວຽນຮອບຊິງ ຢູຟ້າ ແຊ້ມປ້ຽນລີກ ລະດູການນີ້ 2022-23 ລະຫວ່າງ ແມນເຊັສເຕີ ຊິຕີ້ ພົບກັບ ອິນເຕີ ມິລານ ໃນຄືນວັນທີ 10 ມິຖຸນານີ້ ເວລາ 2 ໂມງ, ທີ່ສະໜາມໂອລິມປິກ ອັນຕາເຕີກ ໃນນະຄອນອິສຕັນບູລ ປະເທດຕູຣາເຄຍ.

ສະໜາມແຫ່ງນີ້ ສາມາດບັນຈຸຜູ້ຊົມໄດ້ 74,000 ກວ່າຄົນ, ສະໜາມໂອລິມປິກ ອັນຕາເຕີກ ເຄີຍເປັນເຈົ້າພາບຮອບຊິງ ແຊ້ມປ້ຽນລີກ ມາແລ້ວໜຶ່ງຄັ້ງ ໃນປີ 2005 ທີ່ ລີເວີພູລ ເອົາຊະນະ ເອຊີ ມິລານ ດ້ວຍການດວນຈຸດໂທດ 3–2 ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 3–3.

ສ່ວນຜູ້ຕັດສິນຮອບຊິງປີນີ້ ສະຫະພັນບານເຕະເອີຣົບ ຫລື ຢູຟ້າ ເລືອກ ຊີມ້ອນ ມາຣຊີນ້ຽກ ຜູ້ຕັດສິນຊາວໂປໂລຍ ໄດ້ຕັດສິນ ຢູຟ້າ ແຊ້ມປ້ຽນລີກ ເພດຊາຍຮອບຊິງຄັ້ງທຳອິດ ຜ່ານມາເຄີຍຕັດສິນຮອບຊິງ ບານໂລກ 2022 ແລະ ຢູຟ້າ ຊຸບເປີຄັບ 2018.

ສຳລັບ ແມນຊິຕີ້ ຫາກໄດ້ແຊ້ມ ຈະສ້າງປະຫວັດສາດຄວ້າແຊ້ມ ຢູຟ້າ ແຊ້ມປ້ຽນລີກ ຄັ້ງທຳອິດຂອງສະໂມສອນ ພ້ອມກັບເປັນທີມທີສອງໃນປະຫວັດສາດອັງກິດ ທີ່ສາມາດຄວ້າ 3 ແຊ້ມໃນໜຶ່ງລະດູການ ຕໍ່ຈາກແມນຢູ ໃນປີ 1999, ຂະນະທີ່ ອິນເຕີ ຫາກໄດ້ແຊ້ມ ຈະເປັນສະໄໝທີ 4 ຕໍ່ຈາກປີ 2009–10.

ຜ່ານມາທີມທີ່ເຄີຍໄດ້ 3 ແຊ້ມໃນໜຶ່ງລະດູການມີ: ບາເຢິນ ມິວນິກ ເຮັດໄດ້ສອງຄັ້ງ ລະດູການ 2012-13 ແລະ 2019-20, ບາຣເຊໂລນ້າ ກໍເຮັດໄດ້ສອງຄັ້ງ ລະດູການ 2008-09 ແລະ 2014-15, ອິນເຕີ ມິລານ ລະດູການ 2009-10, ແມນຢູ ລະດູການ 1998-99, ເຊວຕິກ ລະດູການ 1966-67, ອາແຈັກ ລະດູການ 1970-71 ແລະ ພີເອັສວີ ໄອໂຮເຟັ້ນ ລະດູການ 1987-88.

Leave a Reply

Your email address will not be published. Required fields are marked *