ຄະນະນັກກິລາຄົນພິການລາວ ໄດ້ 2 ຫລຽນເງິນ 10 ຫລຽນທອງ ກິລາອາຊຽນພາຣາເກມ ຄັ້ງທີ 12

ຄະນະນັກກິລາຄົນພິການທີມຊາດລາວ ໄດ້ມາ 2 ຫລຽນເງິນ 10 ຫລຽນທອງ ໃນການເຂົ້າຮ່ວມງານກິລາຄົນພິການອາຊຽນ ຫລື ອາຊຽນພາຣາເກມ ຄັ້ງທີ 12 ທີ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ໃນລະຫວ່າງວັນທີ 3-9 ມິຖຸນາ 2023.

+ 2 ຫລຽນເງິນ ໄດ້ຈາກກິລາຍົກນໍ້າໜັກ ປະເພດຍິງ ຮຸ່ນນໍ້າໜັກ 41 ກິໂລ ຈາກ ນາງ ລັດສະໝີ ສີປະເສີດ ພ້ອມກັນນີ້ ລັດສະໝີ ສີປະເສີດ ຍັງໄດ້ອີກ 1 ຫລຽນທອງ, ສ່ວນອີກ 1 ຫລຽນເງິນ ໄດ້ຈາກກິລາໂກນບານທີມຍິງ.

+ ອີກ 9 ຫລຽນທອງ ໄດ້ຈາກກິລາ ແລ່ນ-ລານ 6 ຫລຽນ, ບານບ້ວງລໍ້ເລື່ອນທີມຍີງ 2 ຫລຽນ ແລະ ບານເຕະຊາຍ ຄົນພິການຕາ 5 ຄົນ 1 ຫລຽນ.

ສ່ວນເຈົ້າຄອງຫລຽນຄຳແມ່ນ ອິນໂດເນເຊຍ ໄດ້ 159 ຫລຽນຄຳ 148 ຫລຽນເງິນ 94 ຫລຽນທອງ ລວມ 401 ຫລຽນ, ທີ 2 ໄທ ໄດ້ 126 ຫລຽນຄຳ 110 ຫລຽນເງິນ 92 ຫລຽນທອງ, ທີ 3 ຫວຽດນາມ ໄດ້ 66 ຫລຽນຄຳ 58 ຫລຽນເງິນ 77 ຫລຽນທອງ, ຂະນະທີ່ ກຳປູເຈຍ ເຈົ້າພາບ ໄດ້ 9 ຫລຽນຄຳ 18 ຫລຽນເງິນ 43 ຫລຽນທອງ.

ໃນຕອນຄໍ່າວັນທີ 9 ມິຖຸນາ 2023 ນີ້ ຈະມີພິທີປິດການແຂ່ງຂັນຢ່າງເປັນທາງການ ແລະ ສົ່ງຕໍ່ໃຫ້ ໄທ ເຈົ້າພາບຄັ້ງຕໍ່ໄປ ໃນປີ 2026.

Photo: ໜັງສືພິມສຶກສາ ແລະ ກິລາ

Leave a Reply

Your email address will not be published. Required fields are marked *