ການແຂ່ງຂັນເທັນນິສ ແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ທີ່ສັງວຽນໂຣລ໋ອງ ກາຣັອສ, ນະຄອນຫລວງປາຣີ ປະເທດຝຣັ່ງ ໃນລະຫວ່າງວັນທີ 28 ພຶດສະພາ – 11 ມິຖຸນານີ້.
ປະເພດຍິງດ່ຽວ ຮອບຮອງຊະນະເລີດ ຫລື ຮອບ 4 ຄົນສຸດທ້າຍ: ອີກ້າ ສະເວຍເຕັກ ແຊ້ມເກົ່າ ມື 1 ຂອງໂລກ ຈາກໂປໂລຍ ພົບກັບ ບຣີຕິສ ແຮັດແດັດ ໄມອາ ມື 14 ຂອງລາຍການ ທີ່ເປັນນັກເທັນນິສຍິງຈາກເບຣຊິນຄົນທຳອິດໃນຮອບ 55 ປີ ສາມາດເຂົ້າເຖິງຮອບຮອງຊະນະເລີດລະດັບແກຣນສະແລມ. ອີກ້າ ຍັງຜົນງານດີຕໍ່ເນື່ອງ ເອົາຊະນະ ແຮັດແດັດ ໄມອາ 2-0 ເຊັດ: 6-2, 7-6(9/7).
ອີກ້າ ສະເວຍເຕັກ ເຂົ້າຮອບຊິງຊະນະເລີດ ໄປປ້ອງກັນແຊ້ມກັບ ຄາໂຣລີນ້າ ມູໂຊວ້າ ອັນດັບ 43 ຂອງໂລກ ຈາກສາທາລະນະລັດເຊັກ ທີ່ເອົາຊະນະ ອາຣີນ້າ ຊາບາເຣັນກ້າ ມື 2 ຂອງໂລກ ຈາກເບລາຣຸສ 2-1 ເຊັດ: 7-6(7/5), 6-7(5/7) ແລະ 7-5 ມູໂຊວ້າ ເຂົ້າສູ່ຮອບຊິງຊະນະເລີດ ລະດັບແກຣນສະແລມ ຄັ້ງທຳອິດ.
Photo: ROLAND-GARROS