ສາທາລະນະລັດເກົາຫລີ ຮອງແຊ້ມຄັ້ງຜ່ານມາ ເສຍໃຫ້ ອີຕາລີ 1-2 ຕົກຮອບ 4 ທີມສຸດທ້າຍ ເຕະບານຊາຍ U20 ຊິງແຊ້ມໂລກ 2023

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມໂລກ 2023 ທີ່ປະເທດອາກຊັງຕິນ ຮອບ 4 ທີມສຸດທ້າຍ ໂສມຂາວ ສາທາລະນະລັດເກົາຫລີ ຮອງແຊ້ມຄັ້ງຜ່ານມາ ເສຍໃຫ້ ອີຕາລີ ແບບຫວຸດວິດ 1-2.

U20 ອີຕາລີ ເຂົ້າຮອບຊິງຊະນະເລີດ ເປັນຄັ້ງທຳອິດ ໄປພົບກັບ ອູຣູໄກວ ທີ່ເອົາຊະນະ ອິດສະຣາແອນ ນ້ອງໃໝ່ ແບບຫວຸດວິດ 1-0, ອູຣູໄກວ ເຂົ້າຊິງເປັນຄັ້ງທີ 3 ກ່ອນໜ້ານີ້ 2 ຄັ້ງ ປີ 1997 ແລະ 2013 ເປັນຮອງແຊ້ມທັງສອງຄັ້ງ.

ຮອບຊິງຊະນະເລີດ ຈະແຂ່ງຂັນວັນທີ 11 ມິຖຸນານີ້: ອູຣູໄກວ ພົບ ອີຕາລີ ເວລາ 23:00, ຄູ່ຊິງທີ 3 ອິດສະຣາແອນ ພົບ ສາທາລະນະລັດເກົາຫລີ ເວລາ 19:30. ຊົມການຖ່າຍທອດສົດໄດ້ທາງເວັບໄຊ້.

FIFA Plus. Photo: 대한민국 축구 국가대표팀 – Korea Football Team, FIFA

Leave a Reply

Your email address will not be published. Required fields are marked *