ຄິມມິນແຈ ໄດ້ລາງວັນກອງຫລັງດີເດັ່ນຂອງ ເຊຣີອາ ອີຕາລີ 2022-23

ສະຫລຸບລາງວັນທີ່ໜ້າສົນໃຈຂອງ ເຊຣີອາ ອີຕາລີ ຫລັງຈົບລະດູການ 2022-23 ຄິມມິນແຈ ກອງຫລັງທີມຊາດສາທາລະນະລັດເກົາຫລີ ໄວ 26 ປີ ຂອງທີມແຊ້ມ ນາໂປລີ ເປັນນັກເຕະເກົາຫລີຄົນທຳອິດ ໄດ້ລາງວັນກອງຫລັງດີເດັ່ນຂອງ ເຊຣີອາ ອີຕາລີ, ຂະນະທີ່ ວິເຕີ ໂອຊິມເຮັນ ກອງໜ້າທີມຊາດນິເຊຣີ້ ເພື່ອນຮ່ວມທີມ ໄດ້ລາງວັນກອງໜ້າດີເດັ່ນ ແລະ ເປັນດາວຍິງສູງສຸດ 26 ປະຕູ, ສ່ວນ ຄາວີຊ້າ ຄາຣັສເຄເລຍ ປີກທີມຊາດຊັອກຊີ້ຂອງ ນາໂປລີ ໄດ້ລາງວັນນັກເຕະດີເດັ່ນ ຫລື MVP.

ລາງວັນນັກເຕະໄວໜຸ່ມດີເດັ່ນແມ່ນ ນິໂຄໂລ້ ຟາຈີໂອລີ້ ຈາກຢູເວັນຕຸສ, ລາງວັນກອງກາງດີເດັ່ນເປັນຂອງ ນິໂຄໂລ້ ບາເຣວລ້າ ທີມຊາດອີຕາລີ ຈາກອິນເຕີ ມິລານ, ລາງວັນຜູ້ຮັກສາປະຕູດີເດັ່ນເປັນຂອງ ອີວານ ໂປເວເດວ ຈາກລາຊີໂອ້ ບໍ່ເສຍປະຕູ 21 ນັດ ແລະ ລາງວັນຄູຝຶກດີເດັ່ນເປັນຂອງ ລູເຊຍໂນ້ ສະປາວເລັດຕິ ທີ່ພາ ນາໂປລີ ຄວ້າແຊ້ມສະກູເດັດໂຕ້  ໃນຮອບ 32 ປີ.

Photo: Napoli

Leave a Reply

Your email address will not be published. Required fields are marked *