ສະຫລຸບລາງວັນທີ່ໜ້າສົນໃຈຂອງ ລີກອ່ອງ ຝຣັ່ງ ຫລັງຈົບລະດູການ 2022-23 ຄີລຽນ ເອັມບັບເປ້ ສູນໜ້າທີມຊາດຝຣັ່ງ ໄວ 24 ປີ ຂອງສະໂມສອນ ປາຣີ ແຊັງແຊກແມັງ ຄວ້າລາງວັນດາວຍິງສູງສຸດ ເປັນລະດູການທີ 5 ຕິດຕໍ່ກັນ ຍິງໄດ້ 29 ປະຕູ, ຂະນະທີ່ ນູໂນ້ ເມັນເດັສ ແບັກຊ້າຍ ໄວ 20 ປີ ຊາວປັອກຕຸຍການຂອງ ເປແອັດເຊ ໄດ້ລາງວັນນັກເຕະໄວໜຸ່ມດີເດັ່ນ.
ສ່ວນ ບຣິຊ ແຊມບ້າ ຜູ້ຮັກສາປະຕູຊາວຝຣັ່ງຈາກລ໋ອງ ໄດ້ລາງວັນຜູ້ຮັກສາປະຕູດີເດັ່ນ ບໍ່ເສຍປະຕູ 15 ນັດ ແລະ ລາງວັນຜູ້ຈັດການທີມດີເດັ່ນເປັນຂອງ ແຟັງ ໄຮເຊ້ ຊາວຝຣັ່ງ ທີ່ພາ ລ໋ອງ ຈົບອັນດັບສອງຂອງລີກ ຄວ້າສິດໄປ ຢູຟ້າ ແຊ້ມປ້ຽນລີກ ໃນຮອບ 20 ປີ.
Photo: Ligue 1