ມາເບິ່ງ U20 ທີມຊາດລາວ ແລະ U20 ທີມຊາດຍີ່ປຸ່ນ ຊຸດນີ້ ຕິດມາຈັກຄົນຈາກຊຸດ U16 ທີ່ພົບກັນໃນປີ 2020 ທີ່ຍີ່ປຸ່ນ ຊະນະ ລາວ 4-0

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຈະດວນກັບ U20 ທີມຊາດຍີ່ປຸ່ນ ໃນວັນທີ 12 ກັນຍານີ້ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ເວລາ 19:00 ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຊິງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ. ກ່ອນໄປຊົມການແຂ່ງຂັນຄູ່ນີ້ ພວກເຮົາມາສຳຫລວດເບິ່ງວ່າ: ນັກເຕະຊຸດນີ້ຂອງທັງສອງທີມ ຕິດມາຈັກຄົນຈາກຊຸດ U16 ທີ່ພົບກັນໃນປີ 2020 ຜ່ານມາ ທີ່ຍີ່ປຸ່ນ ຊະນະ ລາວ 4-0 ການຄັດເລືອກໄປຊິງແຊ້ມອາຊີ 2020 ກຸ່ມ J ທີ່ນະຄອນຫລວງວຽງຈັນ.

ຜ່ານການສຳຫລວດກວດກາຂໍ້ມູນໃນຄັ້ງນັ້ນທີ່ພົບກັນ ນັກເຕະທີມຊາດລາວຊຸດນີ້ ຕິດມາຈາກຊຸດຜ່ານມາທັງໝົດ 12 ຄົນ ປະກອບມີ: ພຸດທະວົງ ສັງວິໄລ, ອະນັນຕະຊາ ສີພົງພັນ, ເພັດດາວັນ ສົມສະນິດ, ຄອນສະຫວັນ ແກ້ວໜູຈັນ, ຈັນທະວີໄຊ ຂຸນທຸມພອນ, ສາຍຝົນ ແກ້ວຫານາມ, ກົບ ໂລກພະທິບ, ອາທິດ ຫລວງລາດ, ພູນິນ ໄຊຍະສອນ, ຄຳປານ ດວງວິໄລ, ທີລະພົນ ປະຖຳມະວົງ, ແລະ ວົງສັກດາ ຈັນທະລືໄຊ.

ສ່ວນນັກເຕະທີມຊາດຍີ່ປຸ່ນຊຸດນີ້ ຕິດມາ 4 ຄົນ ຈາກຊຸດ U16 ທີ່ພົບກັນໃນປີ 2020 ຜ່ານມາ ປະກອບມີ:ຢາມາໂຕະ ໄນອີໂຕະ, ໂຊຕະ ກິຕາໂນະ, ໄທຊິນ ຢາມາຊາກິ ແລະ ທາຈິ ຟູກູອິ.

Photo: LFF

Leave a Reply

Your email address will not be published. Required fields are marked *