U18 ເອສຣາ ເອັຟຊີ ຖະຫຼົ່ມ U18 ມາສເຕີ້ ເຊເວັ້ນ ເອັຟຊີ! ຄວ້າໄຊ 5 ນັດລວດ ເຂົ້າຮອບ 4 ທີມສຸດທ້າຍ

ການແຂ່ງຂັນບານເຕະ U18 ຊິງຂັນສະຫະພັນບານເຕະແຫ່ງຊາດລາວ, ໃນວັນທີ 23 ສິງຫາ 2022 ທີ່ສະໜາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.

+ ເອສຣາ ເອັຟຊີ ແຊ້ມເກົ່າ ເອົາຊະນະ ມາສເຕີ້ ເຊເວັ້ນ ເອັຟຊີ 10-1.
+ ຈຳປາສັກ ເອັຟຊີ ເອົາຊະນະ ຫຼວງພະບາງ ເອັຟຊີ 4-1
+ ຊ້າງນ້ອຍ ເອັຟຊີ ເອົາຊະນະ ກອງທັບ ເອັຟຊີ 4-0


ຕາຕະລາງຄະແນນຂະນະນີ້ ເອສຣາ ແຂ່ງ 5 ນັດ ຊະນະ 5 ນັດລວດ ມີ 15 ຄະແນນເຕັມ ເຂົ້າຮອບ 4 ທີມສຸດທ້າຍແນ່ນອນແລ້ວ, ຈໍາປາສັກ ແຂ່ງ 5 ນັດ ຊະນະ 4 ນັດ ເສຍ 1 ນັດ ມີ 12 ຄະແນນ ກໍ່ເຂົ້າຮອບ 4 ທີມສຸດທ້າຍແນ່ນອນແລ້ວ, ຫຼວງພະບາງ ແຂ່ງ 4 ນັດ ຊະນະ 2 ນັດ ເສຍ 2 ນັດ ມີ 6 ຄະແນນ, ວຽງຈັນ ແຂ່ງ 4 ນັດ ຊະນະ 1 ນັດ ສະເໝີ 1 ນັດ ເສຍ 2 ນັດ ມີ 4 ຄະແນນ, ຊ້າງນ້ອຍ ແຂ່ງ 4 ນັດ ຊະນະ 1 ນັດ ເສຍ 3 ນັດ ມີ 4 ຄະແນນ, ກອງທັບ ແຂ່ງ 4 ນັດ ຊະນະ 1 ນັດ ເສຍ 3 ນັດ ມີ 3 ຄະແນນ, ມາສເຕີ້ ເຊເວັ້ນ ແຂ່ງ 4 ນັດ ສະເໝີ 1 ນັດ ເສຍ 2 ນັດ ມີ 1 ຄະແນນ.

ນັດຕໍ່ໄປ ຈະແຂ່ງໃນວັນທີ 25 ສິງຫານີ້ ເວລາ 15:00 ໂມງ ສະໜາມ 1 ວຽງຈັນ ພົບກັບ ຊ້າງນ້ອຍ, ເວລາ 15:00 ໂມງ ສະໜາມ 2 ກອງທັບ ພົບກັບ ຈຳປາສັກ ແລະ ເວລາ 18:00 ໂມງ ສະໜາມ 1 ມາສເຕີ້ ເຊເວັ້ນ ພົບກັບ ຫຼວງພະບາງ. ການແຂ່ງຂັນບານເຕະ U18 ແມ່ນເອົາທີມອະຄາເດມີ່ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ເປບຊີ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ ໂດຍເອົາທີມທີ່ມີຄະແນນດີສຸດອັນດັບ 1-4 ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ທີມແຊ້ມຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 15.000.000 ກີບ, ທີມຮອງແຊ້ມຮັບເງິນ 8.000.000 ກີບ ແລະ ອັນດັບ 3 ຮັບເງິນລາງວັນ 5.000.000 ກີບ, ນອກຈາກນີ້ກໍ່ມີ ລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.

Photo: LFF U-18 Men’s Championship

Leave a Reply

Your email address will not be published. Required fields are marked *