8 ນັກສະນຸກເກີຈາກຈີນ ຖືກລົງໂທດ 20 ເດືອນ ຫາ 5 ປີ ຍ້ອນພົວພັນການພະນັນ!

ສະມາຄົມບິນລ້ຽດ ແລະ ສະນຸກເກີອາຊີບຂອງໂລກ (WPBSA) ໄດ້ປະກາດລົງໂທດ 8 ນັກສະນຸກເກີຈາກຈີນ 20 ເດືອນ ຫາ 5 ປີ ຍ້ອນກວດພົບພົວພັນການພະນັນ ລັອກຜົນການແຂ່ງຂັນ, ໃນນີ້ ມີລາຍຊື່ຂອງ ຢ້ຽນ ປິ່ງຖ່າວ ແຊ້ມ ມາສເຕີ 2021 ຖືກລົງໂທດເຖິງເດືອນທັນວາ ປີ 2027 ປັບໄໝ 7,500 ປອນ, ຈ້າວຊິນທົງ ແຊ້ມ UK Championship ຖືກລົງໂທດເຖິງເດືອນກັນຍາ ປີ 2024 ປັບໄໝ 7,500 ປອນ.

ຂະນະທີ່ ຫລ່ຽງເວິນໂປ ແລະ ຫລີຫາງ ຖືກແບນຕະຫລອດຊີວິດ ພ້ອມຖືກປັບໄໝຜູ້ລະ 43,000 ປອນ, ທາງດ້ານ ຫລູໜິງ ຖືກລົງໂທດ 5 ປີ 4 ເດືອນ, ຈາງຈ້ຽນຄາງ ຖືກລົງໂທດ 2 ປີ 11 ເດືອນ ປັບໄໝ 7,500 ປອນ, ເສິນຈີ້ຟານ ຖືກລົງໂທດ 5 ປີ ປັບໄໝ 7,500 ປອນ, ຈ່າງປິ່ງຢູ໋ ຖືກລົງໂທດ 2 ປີ ປັບໄໝ 7,500 ປອນ, ຈ້າວຈຽນໂປ ຖືກລົງໂທດ 2 ປີ 8 ເດືອນ ປັບໄໝ 7,500 ປອນ ແລະ ປ້າຍຫລາງໜິງ ຖືກລົງໂທດ 2 ປີ 4 ເດືອນ ປັບໄໝ 7,500 ປອນ.

Leave a Reply

Your email address will not be published. Required fields are marked *