ເມັສຊີ້ ເລືອກໄປຮ່ວມທັບ ອິນເຕີ ໄມອາມີ້ ທີມໃນເມເຈີລີກຊັອກເກີ ຂອງສະຫະລັດອາເມຣິກາ

ລີໂອເນວ ເມັສຊີ້ ເລືອກໄປຮ່ວມທັບ ອິນເຕີ ໄມອາມີ້ ທີມເສດຖີໃນເມເຈີລີກຊັອກເກີ ຂອງສະຫະລັດອາເມຣິກາ ທີມທີ່ມີ ເດວິດ ເບັກແຮມ ອາດີດກອງກາງທີມຊາດອັງກິດ ແລະ ສະໂມສອນ ແມນເຊັສເຕີ ຢຸໄນເຕັດ ເປັນເຈົ້າຂອງຮ່ວມ.

ກັບຕັນແຊ້ມໂລກ ທີມຊາດອາເຈນຕິນ້າ (ອາກຊັງຕິນ) ຕັດສິນໃຈແຍກທາງກັບ ປາຣີ ແຊັງແຊກແມັງ ເພື່ອໄປຫາຄວາມທ້າທາຍໃໝ່ ເຊິ່ງເປັນຄັ້ງທຳອິດທີ່ສູນໜ້າ ໄວ 35 ປີ ໄປຫລິ້ນນອກທະວີບເອີຣົບ.

ເມັສຊີ້ ມີຫລາຍຂໍ້ສະເໜີຈາກຫລາຍທີມ ທັງ ອາວ ຮີລານ ໃນລີກສູງສຸດຂອງຊາອຸດິອາຣາເບຍ, ບາຣຊ້າ ທີມເກົ່າ (ມີບັນຫາເລື່ອງກົດການເງິນ Financial Fair Play) ແລະ ຫລາຍທີມຍັກໃຫຍ່ໃນເອີຣົບ.

ຕາມລາຍງານລະບຸວ່າ: ການຕັດສິນໃຈໄປ ສະຫະລັດ ອາເມຣິກາ ຂອງເມັສຊີ້ ກ່ຽວພັນກັບ ຜູ້ໃຫ້ການສະໜັບສະໜູນ ອາດີດັສ ແລະ ແອັບເປິ້ນ. ເມັສຊີ້ ຍິງ 32 ປະຕູ ຈາກ 75 ນັດ ກັບ ເປແອັດເຊ ໃນສອງລະດູການ, ສະເພາະລະດູການຫລ້າສຸດ ຍິງ 16 ປະຕູ 16 ແອັສຊິດ ໃນລີກອ໋ອງຝຣັ່ງ.

Photo: Messi

Leave a Reply

Your email address will not be published. Required fields are marked *