ອາເຣນ້າ ກູເລຍໂມ້ ໄດ້ຮັບການແຕ່ງຕັ້ງເປັນຄູຝຶກທີມຊາດລາວ

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ເຫັນດີແຕ່ງຕັ້ງ ທ່ານ ອາເຣນ້າ ກູເລຍໂມ້ (ARENA GUGLIERMO) ສັນຊາດອິຕາລີ ໃນໄວ 50 ປີ ໃຫ້ເປັນຫົວໜ້າຄູຝຶກທີມຊາດລາວຄົນໃໝ່.

ທ່ານ ອາເຣນ້າ ກູເລຍໂມ້ ມີໃບປະກາດ UEFA Pro License ແລະ ມີຜົນງານການຄຸມທີມໃນລີກຫລາຍປະເທດຄື: ລີກໃນປະເທດບູກີນ້າຟາໂຊ, ເບນິນ (ເບແນັງ), ສິງກະໂປ, ໂອມານ, ເອວຈີເຣຍ (ອານເຊຣີ້), ສະຫະລັດອາຣັບ ເອມີເຣດ, ໂມຣັອກໂຄ (ມາຣົກ), ເປັນຜູ້ຊ່ວຍຄູຝຶກ Philippe Troussier ໃນສະໂມສອນ Hangzhou Greentown ໃນລີກ ສປ ຈີນ. ໃນໂອກາດດັ່ງກ່າວ ທ່ານ ອາເຣນ້າ ກູເລຍໂມ້ ໄດ້ສະແດງຄວາມດີໃຈທີ່ໄດ້ມາມີສ່ວນຮ່ວມໃນການພັດທະນາກິລາບານເຕະທີມຊາດລາວ ແລະ ຈະເຮັດຜົນງານໃຫ້ດີທີ່ສຸດ ພ້ອມຈະຮ່ວມມືກັບ ສຕລ, ຄະນະທິມງານຄູຝືກ ແລະ ນັກກິລາທີມຊາດລາວ ສ້າງຜົນງານໃຫ້ໄດ້ດີທີ່ສຸດ.

ສຳລັບ ອາເຣນ້າ ກູເລຍໂມ້ ຈະນຳພາທີມຊາດລາວ U23 ເຂົ້າຮ່ວມການແຂ່ງຂັນເຕະບານຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ( AFF U23 CHAMPIONSHIP 2023 ) ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ໂດຍທີມຊາດລາວ ຢູ່ ກຸ່ມ C ຮ່ວມກັບ ຟີລິບປິນ ແລະ ຫວຽດນາມ ລວມທັງການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 qualifying round) ລະຫວ່າງວັນທີ 6-12 ກັນຍາ 2023 ເຊິ່ງ ທີມຊາດລາວ ຢູ່ກຸ່ມ I ຮ່ວມກັບ ອົດສະຕຣາລີ, ທາຈີກິສຖານ ແລະ ສປປ ເກົາຫລີ.

Photo: LFF

Leave a Reply

Your email address will not be published. Required fields are marked *