ແຄັສເປີ ຣຸດ ຮອງແຊ້ມຄັ້ງຜ່ານມາ ຊະນະດາວເດັ່ນເດັນມາກ 3-1 ເຊັດ ເຂົ້າຮອບ 4 ຄົນສຸດທ້າຍ ເຟັນ ໂອເພັນ 2023

ການແຂ່ງຂັນເທັນນິສ ແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ທີ່ສັງວຽນໂຣລ໋ອງ ກາຣັອສ, ນະຄອນຫລວງປາຣີ ປະເທດຝຣັ່ງ ໃນລະຫວ່າງວັນທີ 28 ພຶດສະພາ  – 11 ມິຖຸນານີ້.

ປະເພດຊາຍດ່ຽວ ຮອບ 8 ຄົນສຸດທ້າຍ: ແຄັສເປີ ຣຸດ ມື 4 ຂອງລາຍການ ຈາກນອກແວ ຮອງແຊ້ມຄັ້ງຜ່ານມາ ເອົາຊະນະ ໂຮເກີ ຣູເນີ ມື 6 ຂອງລາຍການ ດາວເດັ່ນໄວ 20 ປີ ຈາກດານມາກ 3-1 ເຊັດ: 6-1, 6-2, 3-6, 6-3 ເຂົ້າຮອບ 4 ຄົນສຸດທ້າຍ ໄປພົບກັບ ອາເລັກຊານເດີ ຊະເວເຣັຟ ມື 22 ຂອງລາຍການ ຈາກເຢຍລະມັນ ທີ່ເອົາຊະນະ ໂທມັສ ມາຣຕິນ ເອັດເຊເວີຣີ້ ຈາກອາກຊັງຕິນ 49 ຂອງໂລກ 3-1 ເຊັດ: 6-4, 3-6, 6-3, 6-4.

ປະເພດຍິງດ່ຽວ ຮອບ 8 ຄົນສຸດທ້າຍ: ອີກ້າ ສະເວຍເຕັກ ແຊ້ມເກົ່າ ມື 1 ຂອງໂລກ ຈາກໂປໂລຍ ຜົນງານດີຕໍ່ເນື່ອງ ຊະນະ ດາວເດັ່ນຈາກອາເມຣິກາ ໂກໂກ້ ກັອຟ ມື 6 ຂອງລາຍການ ຮອງແຊ້ມຄັ້ງຜ່ານມາ 2-0 ເຊັດ: 6-4, 6-2 ເຂົ້າຮອບ 4 ຄົນສຸດທ້າຍ ໄປພົບກັບ ບຣີຕິສ ແຮັດແດັດ ມາເອຍ ມື 14 ຂອງລາຍການ ຈາກເບຣຊິນ ທີ່ພິກລັອກເອົາຊະນະ ອອນ ຈາເບີ ມື 7 ຂອງລາຍການ ຈາກຕູນີຊີ້ 2-1 ເຊັດ: 3-6, 7-6(7/5), 6-1 ກາຍເປັນນັກເທັນນິສຍິງຈາກເບຣຊິນຄົນທຳອິດໃນຮອບ 55 ປີ ສາມາດເຂົ້າເຖິງຮອບຮອງຊະນະເລີດລະດັບແກຮນສະແລມ.

Photo: ROLAND-GARROS

Leave a Reply

Your email address will not be published. Required fields are marked *