ໂບເວັ້ນ ຍິງປະຕູໄຊທ້າຍເກມ ຊ່ວຍ ເວັສແຮມ ຊະນະ ຟິອໍເຣັນຕິນ້າ 2-1 ຄວ້າແຊ້ມ ຄອນເຟີເຣັນລີກ 2023

ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າ ຄອນເຟີເຣັນລີກ ລະດູການ 2022-23 ຮອບຊິງຊະນະເລີດ ທີ່ສະໜາມຟໍທູນ້າ ອາຣີນ້າ ໃນນະຄອນຫລວງປຣາກ ປະເທດສາທາລະນະລັດເຊັກ ລະຫວ່າງ ຟິອໍເຣັນຕິນ້າ ຈາກອີຕາລີ ທີ່ຫວັງລຸ້ນແຊ້ມລະດັບເອີຣົບໃນຮອບ 62 ປີ ພົບກັບ ເວັສແຮມ ຢູໄນເຕັດ ຈາກອັງກິດ ທີ່ຫວັງລຸ້ນແຊ້ມລະດັບເອີຣົບໃນຮອບຫລາຍປີເຊັ່ນກັນ ໂດຍ ເວັສແຮມ ຫວັງລຸ້ນແຊ້ມໃນຮອບ 58 ປີ.

ເວັສແຮມ ໄດ້ປະຕູອອກນຳກ່ອນຈາກການສັງຫານຈຸດໂທດຂອງ ຊາອິດ ເບັນຣາມ້າ ນາທີ 62′ ແຕ່ 5′ ນາທີຕໍ່ມາ ຟິອໍ ໄລ່ຕີສະເໝີຈາກ ເຈຍໂຄໂມ້ ໂບນາເວັນຕູຣ້າ, ທ້າຍເກມ ເວັສແຮມ ມາໄດ້ປະຕູໄຊນາທີສຸດທ້າຍຈາກ ຈາຣັອດ ໂບເວັ້ນ ຈົບເກມ ເວັສແຮມ ຊະນະ ຟິອໍເຣັນຕິນ້າ ແບບຫວຸດວິດ 2-1 ຄວ້າແຊ້ມ ຄອນເຟີເຣັນລີກ ມາຄອງເປັນສະໄໝທຳອິດ ແລະ ເປັນແຊ້ມລະດັບເອີຣົບໃນຮອບ 58 ປີ ຕໍ່ຈາກລາຍການ ຢູຟ້າ ຄັບ ວິນເນີ ຄັບ ໃນປີ 1965 ພ້ອມກັບຄວ້າສິດໄປຫລິ້ນ ຢູໂຣປ້າລີກ ຮອບແບ່ງກຸ່ມ ລະດູການໜ້າ ແລະ ເຊັຟຕຳແໜ່ງຂອງ ເດວິດ ມອຍ ຜູ້ຈັດການທີມ.

Photo: UEFA

Leave a Reply

Your email address will not be published. Required fields are marked *