ຮາແລນ ເປັນນັກເຕະບານ ມີມູນຄ່າສູງທີ່ສຸດໃນໂລກ ຈາກການສຳຫລວດຫລ້າສຸດຂອງ CIES

ເອີລິ້ງ ຮາແລນ ສູນໜ້າຟອມເດັ່ນ ໄວ 22 ປີ ທີມຊາດນໍຣເວ (ນອກແວ) ຈາກແມນເຊັສເຕີ ຊິຕີ້ ກາຍເປັນນັກເຕະບານ ທີ່ມີມູນຄ່າສູງທີ່ສຸດໃນໂລກ ຈາກການສຳຫລວດຫລ້າສຸດຂອງ CIES Football Observatory ໜ່ວຍງານສຳຫລວດດ້ານບານເຕະຊື່ດັງລະດັບໂລກ ໂດຍ ຮາແລນ ມີມູນຄ່າປະມານ 245 ລ້ານເອີໂຣ.

ອັນດັບ 2 ວີນີຊີອຸສ ຈູເນ່ຍ ປີກຈະຫລວດທີມຊາດເບຣຊິນຂອງ ຣຽວ ມາດຣິດ ມີມູນຄ່າປະມານ 196 ລ້ານເອີໂຣ, ອັນດັບ 3 ບູກາໂຢ້ ຊາກ້າ ປີກທີມຊາດອັງກິດເຊື້ອສາຍໄນຈີເຣຍ (ນິເຊຣີ້) ຂອງອາຣເຊນໍລ ມີມູນຄ່າປະມານ 195 ລ້ານເອີໂຣ.

ທີ 4 ຈຸດ ເບວລິ້ງແຮມ ກອງກາງທີມຊາດອັງກິດ ໄວ 19 ປີ ຈາກໂບຣຸສເຊຍ ດັອດມຸນ ມີມູນຄ່າປະມານ 190 ລ້ານເອີໂຣ, ທີ 5 ໂຣດີໂກ້ ໂກເອັສ ປີກຊາວເບຣຊິນ ຈາກຣຽວ ມາດຣິດ 185 ລ້ານເອີໂຣ.

ທີ 6 ເປດີ້ ກອງກາງຊາວແອັສປາຍ ຈາກບາຣຊ້າ 178 ລ້ານເອີໂຣ, ທີ 7 ກາບີ້ ອີກໜຶ່ງກອງກາງຊາວແອັສປາຍ ຈາກບາຣຊ້າ ມີມູນຄ່າປະມານ 174 ລ້ານເອີໂຣ, ອັນດັບ 8 ຢາມາວ ມູເຊຍລ້າ ກອງກາງຊາວເຢຍລະມັນ 170 ລ້ານເອີໂຣ, ທີ 9 ຟິວ ໂຟເດັ້ນ ປີກທີມຊາດອັງກິດ ຈາກແມນຊິຕີ້ 167 ລ້ານເອີໂຣ ແລະ ທີ 10 ຄີລຽນ ເອັມບັບເປ້ ກອງໜ້າທີມຊາດຝຣັ່ງ ຈາກປາຣີ ແຊັງແຊກແມັງ ມີມູນຄ່າປະມານ 163 ລ້ານເອໂຣ.

ສຳລັບການປະເມີນມູນຄ່ານັກເຕະບານແມ່ນອີງໃສ່ຜົນງານຂອງນັກກິລາໃນປະຈຸບັນ, ລວມທັງອາຍຸ ແລະ ສັນຍາຂອງນັກກິລາກັບຕົ້ນສັງກັດ ແຕ່ກໍລະນີ ຄີລຽນ ເອັມບັບເປ້ ເຮັດໃຫ້ແຟນບານຫລາຍທ່ານຕັ້ງຄຳຖາມ ເຊິ່ງ CIES ໄດ້ອະທິບາຍວ່າ: ຍ້ອນສັນຍາຂອງ ເອັມບັບເປ້ ໃກ້ຈະສິ້ນສຸດກັບ ເປແອັດເຊ ໃນປີ 2024.

Leave a Reply

Your email address will not be published. Required fields are marked *