U17 ຊາຍ ທີມຊາດເຢຍລະມັນ ຄວ້າແຊ້ມ ເຕະບານຊາຍ U17 ປີ ຊິງແຊ້ມເອີຣົບ 2023 ທີ່ປະເທດຮັງກາຣີ (ຮົງກາຣີ) ເປັນເຈົ້າພາບ ພາຍຫລັງຊະນະດວນຈຸດໂທດ U17 ທີມຊາດຝຣັ່ງ ແຊ້ມເກົ່າ 5-4 ເວລາປົກກະຕິສະເໝີກັນ 0-0.
U17 ອິນຊີເຫລັກ ຄອງແຊ້ມເປັນສະໄໝທີ 4 ຕໍ່ຈາກປີ 2009 ຄວ້າສິດໄປແຂ່ງຂັນ U17 ປີ ຊິງແຊ້ມໂລກ 2023 ຮ່ວມກັບ ຝຣັ່ງ ຮອງແຊ້ມ, ສະເປນ (ແອັສປາຍ), ໂປແລນ (ໂປໂລຍ) ສອງທີມອັນດັບ 3 ຮ່ວມ ແລະ ອັງກິດ ທີມອັນດັບ 5 ໃນການແຂ່ງຂັນຊິງແຊ້ມເອີຣົບຄັ້ງນີ້.
Photo: German Football