ໄມເຄິນ ໄວສ໌ ຫວນກັບໄປຄຸມທີມຊາດຟີລິບປິນ!

ວັນທີ 6 ມິຖຸນາ 2023 ຜ່ານມາ ສະຫະພັນບານເຕະແຫ່ງຟີລິບປິນ ໄດ້ປະກາດແຕ່ງຕັ້ງ ໄມເຄິນ ໄວສ໌ ຄູຝຶກຊາວເຢຍລະມັນ ໄວ 58 ປີ ເປັນຄູຝຶກໃໝ່ທີມຊາດ ເປັນການກັບມາຄຸມທີມຊາດອີກຄັ້ງ ພາຍຫລັງເຄີຍຮ່ວມງານກັບທີມລະຫວ່າງປີ 2011-2014.

ໄມເຄິນ ໄວສ໌ຫາກໍໄດ້ອຳລາການຄຸມທີມຊາດລາວ ພາຍຫລັງສຳເລັດການແຂ່ງຂັນຊີເກມ ຄັ້ງທີ 32 ເຊິ່ງພາລະກິດຂອງ ໄວສ໌ຈະພາທີມຊາດຟີລິບປິນ ຮ່ວມຊິງແຊ້ມອາຊຽນ U23 ທີ່ຊົນບູຣີ ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາປີນີ້ ໂດຍຟີລິບປິນ ຢູ່ກຸ່ມດຽວກັບ U23 ທີມຊາດລາວ ແລະ ຫວຽດນາມ ແຊ້ມເກົ່າ.

Photo: ASEAN Football

Leave a Reply

Your email address will not be published. Required fields are marked *