ແກ່ນ ເທບທິດາ ນັກກິລາແລ່ນ-ລານຄົນພິການທີມຊາດລາວ ໄດ້ຫລຽນທອງ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12

ແກ່ນ ເທບທິດາ ນັກກິລາແລ່ນ-ລານຄົນພິການທີມຊາດລາວ ທຸ້ມສຸດກຳລັງແລ້ວ ໄດ້ຫລຽນທອງ ໃນງານກິລາຄົນພິການອາຊຽນ ຫລື ອາຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດກຳປູເຈຍ. ແກ່ນ ລົງແຂ່ງລາຍການເຕັ້ນຍາວຊາຍ ເຕັ້ນໄດ້ 5,91 ແມັດ ໄດ້ຫລຽນທອງ, ຫລຽນຄຳເປັນຂອງນັກກິລາຈາກ ອິນໂດເນເຊຍ ເຕັ້ນໄດ້ 6,37 ແມັດ, ຫລຽນເງິນ ມາເລເຊຍ ເຕັ້ນໄດ້ 6,24 ແມັດ.

ກິລາຄົນພິການອາຊຽນຄັ້ງຜ່ານມາ ທີ່ໂຊໂລ້ ປະເທດອິນໂດເນເຊຍ ແກ່ນ ເທບທິດາ ຍາດໄດ້ 2 ຫລຽນທອງ.

Photo: Cambodia 2023

Leave a Reply

Your email address will not be published. Required fields are marked *