2022 ປີທອງຂອງ ສະເວຍເຕັກ ນັກເທັນນິສດາວເດັ່ນໂປແລນ ຄວ້າແຊ້ມແກຣນສະແລມ 2 ລາຍການ ແລະ ມາສເຕີ 4 ລາຍການ

ອີກ້າ ສະເວຍເຕັກ ນັກເທັນນິສດາວເດັ່ນຊາວໂປແລນ (ໂປໂລຍ) ໄວ 21 ປີ ສ້າງຜົນງານໄດ້ຢ່າງປະຈັກຕາໃນປີນີ້ ເປັນປີທອງ ແລະ ເດັ່ນສຸດຂອງ ສະເວຍເຕັກ ໄດ້ແຊ້ມແກຣນສະແລມ 2 ລາຍການ ຫລ້າສຸດ ຢູເອັສ ໂອເພັນ ໃນທ້າຍອາທິດຜ່ານມາ ຮອບຊິງຊະນະ ອອນ ຈາເບີ ຈາກຕູນີເຊຍ (ຕູນີຊີ້) ທີ່ສ້າງປະຫວັດສາດເປັນນັກເທັນນິສຈາກທະວີບອາຟຣິກາຄົນທຳອິດເຂົ້າຊິງລາຍການນີ້ 2-0 ເຊັດ: 6-2 ແລະ 7-6 (7-5) ໄດ້ແຊ້ມແກຣນສະແລມທີສອງໃນປີນີ້ ຕໍ່ຈາກ ເຟັນ ໂອເພັນ. ສະເວຍເຕັກ ກາຍເປັນນັກເທັນນິສຍິງຄົນທຳອິດຂອງປະເທດໂປໂລຍ ທີ່ສາມາດຄວ້າແຊ້ມ ຢູເອັສ ໂອເພັນ.

ນອກຈາກເປັນແຊ້ມແກຮນສະແລມ 2 ລາຍການໃນປີນີ້ ສະເວຍເຕັກ ຍັງໄດ້ແຊ້ມ WTA ມາສເຕີ 1000 ອີກ 4 ລາຍການ ແລະ WTA 500 ໜຶ່ງລາຍການ, ສະເພາະ WTA ມາສເຕີ 1000 ສະເວຍເຕັກ ໄດ້ສ້າງປະຫວັດສາດໄດ້ແຊ້ມ 3 ລາຍການຕິດຕໍ່ກັນຄື: ກາຕ້າ ໂອເພັນ, ອິນດຽນ ເວວ ໂອເພັນ ແລະ ໄມອາມີ້ ໂອເພັນ, ລວມແລ້ວ ປີນີ້ ສະເວຍເຕັກ ໄດ້ມາແລ້ວ 7 ແຊ້ມ ແລະ ລວມທັງໝົດ 10 ແຊ້ມໃນອາຊີບ, ໃນນີ້ ແຊ້ມແກຮນສະແລມ 3 ສະໄໝ, ໃນອາຍຸພຽງ 21 ປີ ຖືວ່າປະສົບຜົນສຳເລັດສົມຄວນ, ຄອງບັນລັງມື 1 ຂອງໂລກຢ່າງໜຽວແໜ້ນ.

Photo: US Open

Leave a Reply

Your email address will not be published. Required fields are marked *