ການແຂ່ງຂັນເທັນນິສ ແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ທີ່ສັງວຽນໂຣລ໋ອງ ກາຣັອສ, ນະຄອນຫລວງປາຣີ ປະເທດຝຣັ່ງ ໃນລະຫວ່າງວັນທີ 28 ພຶດສະພາ – 11 ມິຖຸນານີ້.
ປະເພດຊາຍດ່ຽວ ຮອບ 8 ຄົນສຸດທ້າຍ: ຄາລັອສ ອາວຄາຣາຊ ດາວເດັ່ນຈາກແອັສປາຍ ມື 1 ຂອງໂລກ ຍັງຟອມເດັ່ນຕໍ່ເນື່ອງ ເອົາຊະນະ ສະເຕຟານັອສ ຊິດຊີປັສ ມື 5 ຈາກເກັກ 3-0 ເຊັດ: 6-2, 6-1, 7-6(7/5) ອາວຄາຣາຊ ເຂົ້າຮອບ 4 ຄົນສຸດທ້າຍລາຍການນີ້ ເປັນຄັ້ງທຳອິດ ໄປພົບກັບ ໂນວັກ ໂຢໂຄວິກ ແຊ້ມ 2 ສະໄໝ ຈາກແຊັກບີ້ ມື 3 ຂອງໂລກ ທີ່ຫວັງສ້າງປະຫວັດສາດແຊ້ມແກຣນສະແລມສູງສຸດ 23 ສະໄໝ ໂດຍ ໂນວັກ ເແຊງຊະນະ ຄາເຣັນ ຄາຊານັອຟ ມື 11 ຂອງລາຍການ ຈາກຣັດເຊຍ 3-1 ເຊັດ: 4-6, 7-6(7/0), 6-2, 6-4.
ປະເພດຍິງດ່ຽວ ຮອບ 8 ຄົນສຸດທ້າຍ: ອາຣີນ້າ ຊາບາເຣັນກ້າ ມື 2 ຂອງໂລກ ຈາກເບລາຣຸສ ຊະນະ ເອລີນ້າ ສະວິດໂຕລີນ້າ ອະດີດມື 3 ຂອງໂລກ ຈາກອູແກຣນ 2-0 ເຊັດ: 6-4 ທັງສອງເຊັດ ເຂົ້າຮອບ 4 ຄົນສຸດທ້າຍລາຍການນີ້ເປັນຄັ້ງທຳອິດ ໄປພົບກັບ ຄາໂຣລີນ້າ ມູໂຊວ້າ ອັນດັບ 43 ຂອງໂລກ ຈາກສາທາລະນະລັດເຊັກ ທີ່ເຂົ້າມາເຖິງຮອບຮອງຊະນະເລີດລາຍການນີ້ຄັ້ງທຳອິດເຊັ່ນກັນ ພາຍຫລັງເອົາຊະນະ ອານັສຕາເຊຍ ພາຟວູເຊັນໂກວ້າ ຈາກຣັດເຊຍ ອັນດັບ 96 ຂອງໂລກ 2-0 ເຊັດ: 7-5, 6-2.
Photo: ROLAND-GARROS