ອາວເດີເວເຣ້ວ ຍິງປະຕູນາທີ 90’+4 ຊ່ວຍ ອັນເວັບ ຄວ້າແຊ້ມລີກສູງສຸດຂອງເບວຢ້ຽມ ໃນຮອບ 66 ປີ

ໂທບີ້ ອາວເດີເວເຣ້ວ ອາດີດກອງຫລັງສະໂມສອນ ທັອດແນ່ມ ຮັອດສະເປີ ຍິງປະຕູນາທີ 90’+4 ຊ່ວຍຕົ້ນສັງກັດ ໂຣໂຢ້ ອັນເວັບ ໄລ່ຕີສະເໝີ ເກັງ 2-2 ຊ່ວຍທີມຄວ້າແຊ້ມລີກສູງສຸດຂອງເບວຢ້ຽມ (ແບນຊິກ) ລະດູການ 2022-23 ສະໄໝທີ 5 ໃນຮອບ 66 ປີ ໂດຍມີ 47 ຄະແນນ ຫລາຍກວ່າ ເກັງ ແລະ ຢູນ້ຽນ ເຊັນຈິວລອຍ ພຽງໜຶ່ງຄະແນນ. ໂຣໂຢ້ ອັນເວັບ ຊຸດນີ້ ຄຸມທີມໂດຍ ມາກ ຟານບອມເມວ ອະດີດກອງກາງ ບາເຢິນ ມິວນິກ ແລະ ທີມຊາດໂຮນລັງ.

ໂຣໂຢ້ ອັນເວັບ ໄດ້ສິດໄປແຂ່ງຂັນ ຢູຟ້າ ແຊ້ມປ້ຽນລີກ ຮອບເພອັອຟລະດູການໜ້າ, ສ່ວນ ເກັງ ອັນດັບສອງ ໄດ້ໄປ ແຊ້ມປ້ຽນລີກ ຮອບຄັດເລືອກຮອບທີ 3, ຢູນ້ຽນ ເຊັນຈິວລອຍ ອັນດັບສາມ ໄດ້ໄປຫລິ້ນ ຢູໂຣປ້າລີກ ຮອບເພອັອຟ ແລະ ຄລັບບຣຸສ ອັນດັບ 4 ໄດ້ໄປ ຄອນເຟີເຣັນລີກ ຮອບຄັດເລືອກຮອບທີ 3.

Photo: Royal Antwerp F.C.

Leave a Reply

Your email address will not be published. Required fields are marked *