ທັອດແນ່ມ ຮັອດສະເປີ ທີມຊັ້ນນຳໃນ ພຣີເມ່ຍລີກ ອັງກິດ ຢືນຢັນໄດ້ແຕ່ງຕັ້ງ ອັງເກ້ ພັອສເຕໂຄກູ (Ange Postecoglou) ຄູຝຶກຊາວອົດສະຕຣາລີ ໄວ 57 ປີ ເປັນຜູ້ຈັດການທີມໃໝ່ຂອງສະໂມສອນ ເຊັນສັນຍາ 2 ປີ, ອາດີດຄູຝຶກທີມຊາດອົດສະຕຣາລີ ຕັດສິນໃຈອຳລາການຄຸມ ເຊວຕິກ ທີມດັງຈາກສະກັອດແລນ ພາຍຫລັງພາທີມຄວ້າ 3 ແຊ້ມໃນລະດູການ 2022-23.