ແຄັສເປີ ຣຸດ ຮອງແຊ້ມຄັ້ງຜ່ານມາ ປາບ ມື 1 ຊິລີ 3-0 ເຊັດ ເຂົ້າຮອບ 8 ຄົນສຸດທ້າຍ ເຟັນ ໂອເພັນ 2023

ການແຂ່ງຂັນເທັນນິສ ແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ທີ່ສັງວຽນໂຣລ໋ອງ ກາຣັອສ, ນະຄອນຫລວງປາຣີ ປະເທດຝຣັ່ງ ໃນລະຫວ່າງວັນທີ 28 ພຶດສະພາ  – 11 ມິຖຸນານີ້.

ປະເພດຊາຍດ່ຽວ ຮອບທີ 4 ຫລື ຮອບ 16 ຄົນສຸດທ້າຍ: ແຄັສເປີ ຣຸດ ມື 4 ຂອງລາຍການ ຈາກນອກແວ ຮອງແຊ້ມຄັ້ງຜ່ານມາ ເອົາຊະນະ ນິໂຄລາສ ຈາຣີ້ ມື 1 ຂອງຊິເລ່ ອັນດັບ 35 ຂອງໂລກ 3-0 ເຊັດ: 7-6(7/3), 7-5, 7-5 ເຂົ້າຮອບ 8 ຄົນສຸດທ້າຍ ໄປພົບກັບ ໂຮເກີ ຣູເນີ ມື 6 ຂອງລາຍການ ຈາກດານມາກ ທີ່ເອົາຊະນະ ຟານເຊັສໂກ້ ເຊຣຸນໂດໂລ້ ມື 23 ຈາກອາກຊັງຕິນ ແບບມາຣາທອນ 3-2 ເຊັດ: 7-6(7/3), 3-6, 6-4, 1-6, 7-6(10/7).

ຂະນະທີ່ ອາເລັກຊານເດີ ຊະເວເຣັຟ ມື 22 ຂອງລາຍການ ຈາກເຢຍລະມັນ ຊະນະ ຈີກໍ ດີມີຕັອຟ ມື 28 ຈາກບຸນກາຣີ 3-0 ເຊັດ: 6-1, 6-4, 6-3 ຮອບ 8 ຄົນສຸດທ້າຍ ໄປພົບກັບ ໂທມັສ ມາຣຕິນ ເອັດເຊເວີຣີ້ ຈາກອາກຊັງຕິນ 49 ຂອງໂລກ ທີ່ເອົາຊະນະ ໂຢຊິຮິໂຕະ ນິຊິໂອກະ ມື 27 ຈາກຍີ່ປຸ່ນ 3-0 ເຊັດ.

ປະເພດຍິງດ່ຽວ ຮອບ 16 ຄົນສຸດທ້າຍ: ອີກ້າ ສະເວຍເຕັກ ແຊ້ມເກົ່າ ມື 1 ຂອງໂລກ ຈາກໂປໂລຍ ຊະນະ ເລເຊຍ ຊູເຣັນໂກ້ ຈາກອູແກຣນ ມື 66 ຂອງໂລກ ແບບບໍ່ຄົບເຊັດ, ສະເວຍເຕັກ ຂຶ້ນນຳເຊັດທີໜຶ່ງ 5-1 ຈາກນັ້ນ ຊູເຣັນໂກ້ ຮູ້ສຶກບໍ່ສະບາຍ ຈຶ່ງຂໍຖອນຕົວ ເຮັດໃຫ້ ສະເວຍເຕັກ ເຂົ້າຮອບ 8 ຄົນສຸດທ້າຍ ໄປພົບກັບ ໂກໂກ້ ກັອຟ ມື 6 ຂອງລາຍການ ຮອງແຊ້ມຄັ້ງຜ່ານມາ ຈາກອາເມຣິກາ ທີ່ເອົາຊະນະ ແອນນາ ເຊມີໂດວ້າ ຈາກສະໂລວັກ ອັນດັບ 100 ຂອງໂລກ 2-0 ເຊັດ.

Photo: ROLAND-GARROS

Leave a Reply

Your email address will not be published. Required fields are marked *