ຊ້າງນ້ອຍ ແຊ້ມເກົ່າ ສ້າງສະຖິຕິຊະນະ 10 ນັດລວດ! ລາວລີກ 1 ປະຈຳປີ 2023 ຮອບຂາກັບ

ການແຂ່ງຂັນເຕະບານ ລາວລີກ 1 ນັດທີ 10 ໃນທ້າຍອາທິດຜ່ານມາ ແຂ່ງຄົບ 4 ຄູ່, ຊ້າງນ້ອຍ ແຊ້ມເກົ່າ ຍັງຟອມດີຕໍ່ເນື່ອງ ຄວ້າໄຊ 10 ນັດລວດ! ຫລ້າສຸດເອົາຊະນະ ຫຼວງພະບາງ ທີ່ສະໜາມກິລາແຫ່ງຊາດ ຫລັກ 16: 3-2, ບຸນພະຈັນ ບຸນກອງ ຍິງ 2 ປະຕູ ແລະ ກີ້ດາວອນ ສຸວັນນີ 1 ປະຕູ. ຂະນະທີ່ ກອງທັບ ເອົາຊະນະ ວຽງຈັນ 5-1, ຕິ ສີຫາລາດ ຍິງແຮັດທິກດ ສ່ວນ ມາສເຕີ ເຊເວັນ ເອົາຊະນະ ນໍ້າທາ 2-1 ແລະ ຈຳປາສັກ ເສຍໃຫ້ ເອສະຣາ 1-7, ໂຈນີ ແຫວນປະເສີດ ຍິງແຮັດທິກ, ພັດທະນາ ພົມມະເທບ ຍິງ 2 ປະຕູ.


ສະຫຼຸບຕາຕະລາງຄະແນນຜ່ານໄປ 10 ນັດ ຊ້າງນ້ອຍ ເປັນທີມນຳຢ່າງໜຽວແໜ້ນ ຊະນະລວດ 10 ນັດ ມີ 30 ຄະແນນ ນໍາຫ່າງອັນດັບ 2 ມາສເຕີ ເຊເວັນ 8 ຄະແນນ ໝາຍຄວາມໝາຍວ່າ ຊ້າງນ້ອຍ ເອົາຊະນະອີກ 2 ນັດຈາກ 4 ນັດ ທີ່ເຫຼືອ ຈະຄວ້າແຊ້ມທັນທີ, ອັນດັບ 3 ເອສະຣາ ມີ 17 ຄະແນນ, ທີ 4 ກອງທັບ ມີ 16 ຄະແນນ, ທີ 5 ວຽງຈັນ ມີ 8 ຄະແນນ, ທີ 6 ຫຼວງພະບາງ ມີ 7 ຄະແນນ, ທີ 7 ນໍ້າທາ ມີ 6 ຄະແນນ ແລະ ທີ 8 ຈຳປາສັກ ມີ 5 ຄະແນນ. ສ່ວນອັນດັບດາວຍິງສູງສຸດ ບຸນພະຈັນ ບຸນກອງ ຂື້ນນຳທີ່ 11 ປະຕູ, ພັດທະນາ ພົມມະເທບ ແລະ ຕິ ສີຫາລາດ ຍິງ 10 ປະຕູເທົ່າກັນ, ຣາຟາເອວ ໂຣດຣີເກັຊ 8 ປະຕູ.

ຕາຕະລາງແຂ່ງຂັນນັດທີ 11 ຈະແຂ່ງຂັນໃນວັນທີ 10 ມິຖຸນາ ເວລາ 16:00 ໂມງ ທັງສອງຄູ່ ວຽງຈັນ ເປີດສະໜາມກາງ ມຊ ພົບກັບ ຊ້າງນ້ອຍ ແລະ ເອສະຣາ ພົບກັບ ມາສເຕີ້ ເຊເວັ້ນ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16, ວັນທີ 11 ມິຖຸນາ ເວລາ 16:00 ໂມງ ທັງສອງຄູ່ ຫຼວງພະບາງ ເປີດສະໜາມກິລາແຂວງຫຼວງພະບາງ ພົບກັບ ຈຳປາສັກ ແລະ ນ້ຳທາ ເປີດສະຫນາມກິລາແຂວງຫຼວງນໍ້າທາ ພົບກັບ ກອງທັບ. ຊົມການຖ່າຍທອດສົດຜ່ານທາງ ເຟດບຸກ: ລາວລີກ 1 ແລະ ຢູທຸບ: ສະຫະພັນບານເຕະແຫ່ງຊາດລາວ.. ຊົມການຖ່າຍທອດສົດຜ່ານທາງ ເຟດບຸກ: ລາວລີກ 1 ແລະ ຢູທຸບ: ສະຫະພັນບານເຕະແຫ່ງຊາດລາວ.

Photo: Lao League 1 ລາວລີກ 1

Leave a Reply

Your email address will not be published. Required fields are marked *