ຊົມເຊີຍ! ນ້ອງ ມັນນີ້ ແກ້ວມະນີ ນັກກິລາຊັດຫລາວຄົນພິການທີມຊາດລາວ ຄວ້າຫລຽນທອງ ອາຊຽນພາຣາເກມ ຄັ້ງທີ 12

ນ້ອງ ມັນນີ້ ແກ້ວມະນີ ນັກກິລາຊັດຫລາວຄົນພິການທີມຊາດລາວ ຄວ້າຫລຽນທອງ ໃນງານກິລາຄົນພິການອາຊຽນ ຫລື ອາຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດກຳປູເຈຍ.

ມັນນີ້ ເຂົ້າຮ່ວມອາຊຽນພາຣາເກມຄັ້ງທຳອິດ ລົງແຂ່ງຂັນຊັດຫລາວປະເພດຍິງ ລາຍການ F46 ຊັດໄດ້ 17.79 ແມັດ ໄດ້ຫລຽນທອງ, ຫລຽນຄຳເປັນຂອງນັກກິລາຈາກໄທ ຊັດໄດ້ 26.42 ແມັດ, ຫລຽນເງິນ ອິນໂດເນເຊຍ ຊັດໄດ້ 25.40 ແມັດ.

Photo: Cambodia 2023

Leave a Reply

Your email address will not be published. Required fields are marked *