ບຸນເພັດ ເທບທິດາ ນັກແລ່ນຄົນພິການທີມຊາດລາວ ໄດ້ຫລຽນທອງ ງານກິລາຄົນພິການອາຊຽນ ຫລື ອາຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດກຳປູເຈຍ. ບຸນເພັດ ໄດ້ຫລຽນທອງ ຈາກລາຍການແລ່ນ 100 ແມັດ T13 ເວລາ: 11.480 ວິນາທີ ໄດ້ຫລຽນທອງ 2 ຄັ້ງຕິດຕໍ່ກັນ ຕໍ່ຈາກຄັ້ງຜ່ານມາ ປີ 2022 ທີ່ປະເທດອິນໂດເນເຊຍ.
ສ່ວນຫລຽນຄຳເປັນຂອງນັກກິລາຈາກໄທ ເວລາ 10.950 ວິນາທີ, ຫລຽນເງິນ ອິນໂດເນເຊຍ ເວລາ: 11.230 ວິນາທີ.
Photo: Cambodia 2023, ຄະນະກຳມະການພາຣາແລມປິກແຫ່ງຊາດລາວ