ລັດສະໝີ ສີປະເສີດ ນັກກິລາຍົກນໍ້າໜັກຄົນພິການລາວ ໄດ້ 1 ຫຼຽນເງິນ 1 ຫລຽນທອງ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12

ລັດສະໝີ ສີປະເສີດ ນັກກິລາຍົກນໍ້າໜັກຄົນພິການລາວ ໄດ້ 1 ຫຼຽນເງິນ 1 ຫລຽນທອງ ໃນງານກິລາຄົນພິການອາຊຽນ ຫລື ອາຊຽນພາຣາເກມ ຄັ້ງທີ 12 ທີ່ກຳປູເຈຍ. ລັດສະໝີ ສີປະເສີດ ລົງແຂ່ງຂັນປະເພດຍິງ ຮຸ່ນນໍ້າໜັກ 41 ກິໂລ ໃນຕອນເຊົ້າວັນທີ 4 ມິຖຸນາ 2023 ຍົກ 3 ຄັ້ງ ນໍ້າໜັກລວມ 216 ເທົ່າກັບນັກກິລາຈາກຟິລິບປິນ ແຕ່ນໍ້າໜັກໂຕຂອງ ລັດສະໝີ ຫລາຍກວ່ານັກກິລາພີລິບປິນ 39,6 ກິໂລ ກັບ 35,9 ກິໂລ ເຮັດໃຫ້ ລັດສະໝີ ໄດ້ຫລຽນເງິນ, ຟີລິບປິນ ໄດ້ຫລຽນຄຳ, ຫລຽນທອງເປັນຂອງນັກກິລາຈາກອິນໂດເນເຊຍ.

ສ່ວນອີກ 1 ຫລຽນທອງຂອງ ລັດສະໝີ ໄດ້ຈາກການຍົກນໍ້າໜັກໄດ້ສູງສຸດ 74 ກິໂລ, ຫລຽນຄຳເປັນຂອງ ອິນໂດເນເຊຍ, ຫລຽນເງິນ ຟິລິບປິນ, ໂດຍຫລຽນຄຳ ແລະ ຫລຽນເງິນ ຍົກໄດ້ລື່ນ ລັດສະໝີ ພຽງ 1 ກິໂລ. ນັກກິລາຍົກນໍ້າໜັກຄົນພິການລາວ ຍັງມີລຸ້ນຫລຽນຕື່ມ ຈາກປະເພດຊາຍ 2 ຄົນຄື: ເອື້ອຍ ສີມາຍ ແລະ ເປ້ຍ ລາວພັກດີ ຈະແຂ່ງຂັນໃນຕອນແລງມື້ນີ້.

Photo: Lao Sport Media

Leave a Reply

Your email address will not be published. Required fields are marked *