ຄາຣິມ ເບັນເຊມ້າ ສູນຫນ້າທີມຊາດຝຣັ່ງ ໄວ 35 ປີ ຍິງປະຕູສັ່ງລາ ຣຽວ ມາດຣິດ ໃນລາລີກ້າ ແອັສປາຍ ນັດສຸດທ້າຍ ຂອງລະດູການ 2022-23 ພາທີມເປີດບ້ານສະເໝີກັບ ແອັດເລຕິກ ບິວເບົາ 1-1 ຊ່ວຍທີມຈົບອັນດັບສອງຂອງລີກ ມີຄະແນນຫລາຍກວ່າອັນດັບ 3 ແອັດເລຕິໂກ້ ມາດຣິດ ພຽງ 1 ຄະແນນ ປິດສາກ 14 ປີ ໃນຖິ່ນ ຊານເຕຍໂກ້ ເບີນາບິວ.
ເບັນເຊມ້າ ລົງຫລິ້ນ 648 ນັດ ຍິງ 354 ປະຕູ ຊ່ວຍທີມໄດ້ແຊ້ມ ລາລີກ້າ 4 ສະໄໝ, ໂຄປ້າ ເດວເຣ 3 ສະໄໝ, ຊຸບເປີຄັບ ແອັສປາຍ 2 ສະໄໝ, ຢູຟ້າ ແຊ້ມປ້ຽນລີກ 5 ສະໄໝ, ແຊ້ມຢູຟ້າ ຊຸບເປີຄັບ 4 ສະໄໝ, ແຊ້ມສະໂມສອນໂລກ 5 ຄັ້ງ ແລະ ໄດ້ລາງວັນບັນລົງດໍກັບທີມ 1 ຄັ້ງ.
ສ່ວນບົດສະຫລຸບຂອງ ລາລີກ້າ ລະດູການ 2022-23 ຈົບການແຂ່ງຂັນ 38 ນັດ, ບາຣຊ້າ ທີມແຊ້ມ ມີ 88 ຄະແນນ ໄດ້ແຊ້ມເປັນສະໄໝທີ 27, ທີ 2 ຣຽວ ມາດຣິດ ມີ 78 ຄະແນນ, ທີ 3 ແອັດມາດຣິດ ມີ 77 ຄະແນນ, ທີ 4 ຣຽວ ໂຊເຊຍແດັດ ມີ 71 ຄະແນນ, ທັງ 4 ທີມໄດ້ສິດໄປ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມລະດູການໜ້າ.
ສ່ວນອັນດັບ 5 ເປັນຂອງ ບີຢາຣຽວ, ທີ 6 ຣຽວ ເບຕິສ ໄດ້ໄປຫລິ້ນ ຢູໂຣປ້າລີກ ຮອບແບ່ງກຸ່ມ, ທີ 7 ໂອຊາຊູນ້າ ໄດ້ໄປຫລິ້ນ ຄອນເຟີເຣັນລີກ ຮອບເພອັອຟ, ສ່ວນ ເຊບີຢ້າ ເຖິງວ່າຈົບທີ 12 ແຕ່ໄດ້ໄປຫລິ້ນ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມລະດູການໜ້າ ຍ້ອນເປັນແຊ້ມ ຢູໂຣປ້າລີກ.
ສ່ວນທີມຕົກຊັ້ນແມ່ນ: ເອວເຊ້, ເອັສປັນຢໍລ ແລະ ຣຽວ ບາຢາໂດລິດ.
ດາວຍິງສູງສຸດເປັນຂອງ ໂຣເບີດ ເລວານດັອຟສະກີ້ ຍິງ 23 ປະຕູ, ຜູ້ສົ່ງບານໃຫ້ເພື່ອນຍິງປະຕູຫລາຍສຸດ ຫລື ແອັສຊິດແມ່ນ ອ໋ອງຕວນ ຄຣິຊມັນ 16 ຄັ້ງ ແລະ ຜູ້ຮັກສາປະຕູດີເດັ່ນ ເສຍປະຕູໜ້ອຍສຸດໄດ້ແກ່ ມາກ ອັງເດຣ ເຕສະເຕເກັ້ນ ຈາກບາຣຊ້າ ບໍ່ເສຍປະຕູ 26 ນັດ.
ລາລີກ້າ ລະດູການນີ້ 380 ນັດ ມີປະຕູເກີດຂຶ້ນ 955 ໜ່ວຍ ສະເລ່ຍນັດໜຶ່ງບໍ່ຫລຸດ 2 ປະຕູ, ມີຜູ້ຊົມໃນສະໜາມ 8 ລ້ານ 8 ແສນ 6 ໝື່ນ 7 ພັນກວ່າຄົນ, ສະເລ່ຍນັດໜຶ່ງບໍ່ຫລຸດ 23,000 ຄົນ.
Photo: Real Madrid C.F.