ເຊີຈີໂອ້ ຣາມັອສ ຍິງ 1 ປະຕູສົ່ງທ້າຍ ນັດອຳລາ ປາຣີ ແຊັງແຊກແມັງ

ເຊີຈີໂອ້ ຣາມັອສ ກອງຫລັງຟັນດຸຊາວສະເປນ (ແອັສປາຍ) ຍິງ 1 ປະຕູສົ່ງທ້າຍ ນັດອຳລາ ປາຣີ ແຊັງແຊກແມັງ ເກມລີກອ໋ອງຝຣັ່ງ ນັດສຸດທ້າຍຂອງລະດູການ ໃນທ້າຍອາທິດຜ່ານມາ, ເຊິ່ງ ເປແອັດເຊ ເສຍຄາບ້ານໃຫ້ ເຄມ໋ອງ 2-3.

ຂະນະທີ່ ລີໂອເນວ ເມັສຊີ້ ເພື່ອນຮ່ວມທີມ ໄດ້ລົງຫລິ້ນເຕັມເກມ, ໄດ້ສະຫລອງແຊ້ມກັບທີມ ພ້ອມສັ່ງລາທີມຢ່າງເປັນທາງການ, ທັງ ຣາມັອສ ແລະ ເມັສຊີ້ ມາຢູ່ກັບ ເປແອັດເຊ ສອງລະດູການ ຊ່ວຍທີມໄດ້ແຊ້ມລີກອ໋ອງ 2 ລະດູການຕິດຕໍ່ກັນ ແລະ ແຊ້ມຊຸບເປີຄັບ ຝຣັ່ງ 1 ສະໄໝ. ຕິດຕາມນຳກັນວ່າ: ເຊັນເຕີແບັກ ໄວ 37 ປີ ແລະ ສູນໜ້າ ໄວ 35 ປີ ຈະຍ້າຍໄປຢູ່ກັບທີມໃດໃນລະດູການໜ້າ.

ສຳລັບບົດສະຫລຸບຂອງ ລີກອ໋ອງຝຣັ່ງ ລະດູການ 2022-23 ຈົບການແຂ່ງຂັນ 38 ນັດ, ປາຣີ ແຊັງແຊກແມັງ ມີ 85 ຄະແນນ ສ້າງປະຫວັດສາດໄດ້ແຊ້ມສູງສຸດສະໄໝທີ 11, ທີ 2 ລ໋ອງ ມີ 84 ຄະແນນ, ເປແອັດເຊ ແລະ ລ໋ອງ ຄວ້າສິດໄປ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມລະດູການໜ້າ, ສະເພາະ ລ໋ອງ ໄດ້ໄປ ຢູຟ້າ ແຊ້ມປ້ຽນລີກ ຄັ້ງທຳອິດໃນຮອບ 20 ປີ. ທີ 3 ເປັນຂອງ ໂອລິມປິກ ມາກເຊີຍ ໄດ້ໄປ ແຊ້ມປ້ຽນລີກ ຮອບຄັດເລືອກຮອບ 3.

ສ່ວນອັນດັບ 4 ເປັນຂອງ ແຣັນສ໌ ໄດ້ໄປຫລິ້ນ ຢູໂຣປ້າລີກ ຮອບແບ່ງກຸ່ມ, ທີ 5 ລິ້ນລ໌ ໄດ້ໄປຫລິ້ນ ຄອນເຟີເຣັນລີກ ຮອບເພອັອຟ, ສ່ວນ ຕູລຸສ ເຖິງວ່າຈົບທີ 13 ແຕ່ໄດ້ໄປ ຢູໂຣປ້າລີກ ຮອບແບ່ງກຸ່ມ ຍ້ອນເປັນແຊ້ມ ຄຸບເດີຟຣອງ.

ສ່ວນທີມຕົກຊັ້ນແມ່ນ: ອ໋ອງແຊ, ຕຣົວ, ອາແຈັກຊີໂອ້ ແລະ ໂອແຊ.

ດາວຍິງສູງສຸດເປັນຂອງ ຄີລຽນ ເອັມບັບເປ້ ຍິງ 29 ປະຕູ, ຜູ້ສົ່ງບານໃຫ້ເພື່ອນຍິງປະຕູຫລາຍສຸດ ຫລື ແອັສຊິດແມ່ນ ລີໂອເນວ ເມັສຊີ້ 16 ຄັ້ງ ແລະ ຜູ້ຮັກສາປະຕູດີເດັ່ນ ເສຍປະຕູໜ້ອຍສຸດໄດ້ແກ່ ບຣິສ ແຊມບ້າ ຊາວຝຣັ່ງຈາກ ລ໋ອງ ບໍ່ເສຍປະຕູ 15 ນັດ.

ລີກອ໋ອງຝຣັ່ງລະດູການນີ້ 380 ນັດ ມີປະຕູເກີດຂຶ້ນ 1,067 ໜ່ວຍ ສະເລ່ຍນັດໜຶ່ງເກືອບ 3 ປະຕູ, ມີຜູ້ຊົມໃນສະໜາມ 8 ລ້ານ 8 ແສນກວ່າຄົນ, ສະເລ່ຍນັດໜຶ່ງບໍ່ຫລຸດ 23,000 ຄົນ.

Photo: Sergio Ramos

Leave a Reply

Your email address will not be published. Required fields are marked *