ອາວຄາຣາຊ ແລະ ໂນວັກ ເຂົ້າຮອບ 8 ຄົນສຸດທ້າຍ ເຟັນ ໂອເພັນ 2023

ການແຂ່ງຂັນເທັນນິສ ແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ທີ່ສັງວຽນໂຣລ໋ອງ ກາຣັອສ, ນະຄອນຫລວງປາຣີ ປະເທດຝຣັ່ງ ໃນລະຫວ່າງວັນທີ 28 ພຶດສະພາ  – 11 ມິຖຸນານີ້.

ປະເພດຊາຍດ່ຽວ ຮອບທີ 4 ຫລື ຮອບ 16 ຄົນສຸດທ້າຍ: ຄາລັອສ ອາວຄາຣາຊ ດາວເດັ່ນຈາກແອັສປາຍ ມື 1 ຂອງໂລກ ຟອມຍັງເດັ່ນຕໍ່ເນື່ອງ ເອົາຊະນະ ໂລເຣັນໂຊ້ ມູເຊັດຕິ ມື 17 ຂອງລາຍການ ຈາກອີຕາລີ 3-0 ເຊັດ: 6-3, 6-2, 6-2 ຮອບ 8 ໄປພົບກັບ ສະເຕຟານັອສ ຊິດຊີປັສ ມື 5 ຈາກເກັກ ທີ່ເອົາຊະນະ ເຊບັສຕຽນ ອັອຟເນີ້ ຈາກໂອຕຣິດ ທີ່ມາຈາກຮອບຄັດເລືອກ 3-0 ເຊັດ.

ຂະນະທີ່ ໂນວັກ ໂຢໂຄວິກ ຈາກແຊັກບີ້ ມື 3 ຂອງໂລກ ແຊ້ມແກຣນສະແລມສູງສຸດ 22 ສະໄໝ ຜ່ານ ຮວນ ປາໂບ ວາຣີຢາສ ຈາກເປຣູ ອັນດັບ 94 ຂອງໂລກ 3-0 ເຊັດ: 6-3, 6-2, 6-2 ຮອບ 8 ຄົນສຸດທ້າຍ ໄປພົບກັບ ຄາເຣັນ ຄາຊານັອຟ ມື 11 ຂອງລາຍການ ຈາກຣັດເຊຍ ທີ່ເອົາຊະນະ ໂລເຣັນໂຊ້ ໂຊເນໂກ້ ຈາກອີຕາລີ ອັນດັບ 48 ຂອງໂລກ 3-1 ເຊັດ.

ປະເພດຍິງດ່ຽວ ຮອບ 16 ຄົນສຸດທ້າຍ: ອາຣີນ້າ ຊາບາເຣັນກ້າ ມື 2 ຂອງໂລກ ຈາກເບລາຣຸສ ຊະນະ ສະລວນ ສະຕີເຟັນ ຈາກອາເມຣິກາ ຮອງແຊ້ມປີ 2018 ອັນດັບ 30 ຂອງໂລກ 2-0 ເຊັດ: 7-6(7/5), 6-4 ຮອບ 8 ຄົນສຸດທ້າຍ ໄປພົບກັບ ເອລີນ້າ ສະວິດໂຕລີນ້າ ອະດີດມື 3 ຂອງໂລກ ຈາກອູແກຣນ.

Photo: ROLAND-GARROS

Leave a Reply

Your email address will not be published. Required fields are marked *