ຊະລາຕັນ ອີບຣາຮີໂມວິກ ປະກາດອຳລາອາຊີບ ໃນໄວ 41 ປີ

ຊະລາຕັນ ອີບຣາຮີໂມວິກ ໜຶ່ງໃນສູນໜ້າທີ່ດີທີ່ສຸດໃນໂລກ ປະກາດອຳລາອາຊີບຢ່າງເປັນທາງການໃນວັນທີ 4 ມິຖຸນາ 2023, ພາຍຫລັງຍຶດອາຊີບມາແຕ່ປີ 1999 ກັບ 9 ສະໂມສອນຄື: ມາໂມ ເອັຟເອັຟ, ອາແຈັກ, ຢູເວັນຕຸສ, ອິນເຕີ ມິລານ, ບາຣເຊໂລນ້າ, ປາຣີ ແຊັງແຊກແມັງ, ແມນເຊັສເຕີ ຢູໄນເຕັດ, ເອວເອ ກາແລັກຊີ້ ແລະ ເອຊີ ມິລານ.

ຊະລາຕັນ ໄວ 41 ປີ ລົງຫລິ້ນ 988 ນັດ ຍິງ 573 ປະຕູ, ສະເພາະໃນນາມທີມຊາດສະວີເດັນ (ຊູແອັດ) ລົງຫລິ້ນ 122 ນັດ ຍິງ 62 ປະຕູ ເປັນດາວຍິງສູງສຸດຂອງທີມຊາດ. ຕະຫລອດອາຊີບຂອງ ຊະລາຕັນ ໄດ້ມາທັງໝົດ 32 ແຊ້ມ.

Leave a Reply

Your email address will not be published. Required fields are marked *