ການແຂ່ງຂັນເຕະບານ ຮຸ່ນອາຍຸບໍ່ເກີນ 20 ປີ ຫລື U20 ຊິງແຊ້ມໂລກ 2023 ທີ່ປະເທດອາກຊັງຕິນ, ຮອບ 8 ທີມສຸດທ້າຍ, ໂສມຂາວ ສາທາລະນະລັດເກົາຫລີ ຮອງແຊ້ມຄັ້ງຜ່ານມາ ຜົນງານດີຕໍ່ເນື່ອງ ເອົາຊະນະ ນິເຊຣີ້ ໃນການຕໍ່ເວລາພິເສດ 1-0 ເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບ ອີຕາລີ ທີ່ເອົາຊະນະ ໂຄລົມບີ້ 3-1.
ຂະນະທີ່ ອູຣູໄກວ ເອົາຊະນະ ສະຫະລັດ ອາເມຣິກາ ແຊ້ມຂົງເຂດຄອນຄາເຄັຟ ຄັ້ງຫລ້າສຸດ 2-0 ຮອບ 4 ທີມ ໄປພົບກັບ ອິດສະຣາແອນ ນ້ອງໃໝ່ ທີ່ຊະນະ ເບຣຊິນ ແຊ້ມ 5 ສະໄໝ ທັງເປັນແຊ້ມອາເມຣິກາໃຕ້ ຄັ້ງຫລ້າສຸດ 3-2 ໃນການຕໍ່ເວລາພິເສດ ເວລາປົກກະຕິສະເໝີກັນ 2-2.
ຮອບ 4 ທີມສຸດທ້າຍ ຈະແຂ່ງຂັນວັນທີ 8 ມິຖຸນານີ້: ອູຣູໄກວ ພົບ ອິດສະຣາແອນ ເວລາ 19:30 ແລະ ອີຕາລີ ພົບ ສາທາລະນະລັດເກົາຫລີ ເວລາ 23:00. ຊົມການຖ່າຍທອດສົດໄດ້ທາງເວັບໄຊ້ FIFA Plus.
Photo: FIFA, 대한민국 축구 국가대표팀 – Korea Football Team