ລີໂອເນວ ເມັສຊີ້ ຈະອຳລາ ປາຣີ ແຊັງແຊກແມັງ ຫລັງຈົບລະດູການນີ້

ລີໂອເນວ ເມັສຊີ້ ກັບຕັນທີມຊາດອາກຊັງຕິນ ຈະອຳລາ ປາຣີ ແຊັງແຊກແມັງ ຫລັງຈົບລະດູການນີ້ ຈາກການຢືນຢັນຂອງ ຄຣິສໂຕເຟ້ ກາວຕີເຢ່ ຄູຝຶກຂອງສະໂມສອນ. ໂດຍນັດອຳລາທີມຂອງ ເມັສຊີ້ ຄືເກມລີກອ໋ອງ ນັດສຸດທ້າຍ ລະດູການ 2022-23 ທີ່ຈະເປີດບ້ານພົບກັບ ເຄມ໋ອງ ໃນທ້າຍອາທິດນີ້.

ສຳລັບ ເມັສຊີ້ ຍ້າຍຈາກ ບາຣເຊໂລນ້າ ມາຢູ່ກັບ ປາຣີ ແຊັງແຊກແມັງ ໃນລະດູການ 2021-22 ລົງຫລິ້ນ 74 ນັດ ຍິງ 32 ປະຕູ ຊ່ວຍ ເປແອັດເຊ່ ໄດ້ແຊ້ມລີກອ໋ອງ 2 ລະດູການຕິດຕໍ່ກັນ ແລະ ແຊ້ມຊຸບເປີຄັບຝຣັ່ງ 1 ສະໄໝ.

Leave a Reply

Your email address will not be published. Required fields are marked *