ການແຂ່ງຂັນເທັນນິສ ແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ທີ່ສັງວຽນໂຣລ໋ອງ ກາຣັອສ, ນະຄອນຫລວງປາຣີ ປະເທດຝຣັ່ງ ໃນລະຫວ່າງວັນທີ 28 ພຶດສະພາ – 11 ມິຖຸນານີ້.
ປະເພດຊາຍດ່ຽວ ຮອບທີສອງ ສາຍລຸ່ມ: ຢານນິກ ຊິນເນີ ມື 8 ຂອງລາຍການ ຈາກອີຕາລີ ດວນກັບ ດວນກັບ ແດນ້ຽວ ອັດໄມເອີ້ ມື 79 ຂອງໂລກ ຈາກເຢຍລະມັນ ເຖິງ 5 ຊົ່ວໂມງ 26 ນາທີ ແລະ ເປັນ ຊິນເນີ ປະລາໄຊ 2-3 ເຊັດ: 6-7(7/0), 6-7(7/9), 6-1, 6-7(4/7) ແລະ 5-7 ຮອບສາມ ອັດໄມເອີ້ ໄປພົບກັບ ຈີກໍ ດີມີຕັອຟ ມື 28 ຂອງລາຍການ ຈາກບຸນກາຣີ້.
ຂະນະທີ່ ແຄັສເປີ ຣຸດ ມື 4 ຂອງລາຍການ ຈາກນອກແວ ຮອງແຊ້ມປີຜ່ານມາ ກໍຜ່ານໄດ້ ເຊັ່ນດຽວກັບ ໂຮເກີ ຣູເນີ ມື 6 ຈາກດານມາກ, ເທເລີ້ ຟຣິດ ມື 9 ຈາກອາເມຣິກາ.
ປະເພດຍິງດ່ຽວ ຮອບສອງ ສາຍເທິງ: ອີກ້າ ສະເວຍເຕັກ ແຊ້ມເກົ່າ ມື 1 ຂອງໂລກ ຈາກໂປໂລຍ ເອົາຊະນະ ຄາຍເຣ້ ຫລິວ ຈາກອາເມຣິກາເຊື້ອສາຍຈີນ ອັນດັບ 102 ຂອງໂລກ 2-0 ເຊັດ: 6-4, 6-0, ຮອບສາມ ໄປພົບກັບ ຫວາງຊິນ ຈາກຈີນ ອັນດັບ 80 ຂອງໂລກ, ຂະນະທີ່ ໂກໂກ້ ກັອຟ ຮອງແຊ້ມຈາກອາເມຣິກາ ກໍຜ່ານໄດ້ ເຊັ່ນດຽວກັບ ເອເລນ້າ ຣີບາກີນ້າ ມື 4 ຈາກຄາຊັກສະຖານ ແລະ ອອນ ຈາເບີ້ ມື 7 ຈາກຕູນີຊີ້.
Photo: ROLAND-GARROS