U20 ໂສມຂາວ ຊະນະ ເອກົວດໍຣ 3-2 ເຂົ້າຮອບ 8 ທີມສຸດທ້າຍ U20 ປີ ຊິງແຊ້ມໂລກ 2023

ການແຂ່ງຂັນເຕະບານ ຮຸ່ນອາຍຸບໍ່ເກີນ 20 ປີ ຫລື U20 ຊິງແຊ້ມໂລກ 2023 ທີ່ປະເທດອາກຊັງຕິນ, ຮອບ 16 ທີມສຸດທ້າຍ 2 ຄູ່ສຸດທ້າຍ, ໃນວັນທີ 1 ມິຖຸນາຜ່ານມາ, ໂສມຂາວ ສາທາລະນະລັດເກົາຫລີ ຮອງແຊ້ມຄັ້ງຜ່ານມາ ເອົາຊະນະ ເອກົວດໍຣ ອັນດັບສາມ ຄັ້ງຜ່ານມາ ແບບຫວຸດວິດ 3-2 ເຂົ້າຮອບ 8 ທີມສຸດທ້າຍ ໄປພົບກັບ ນິເຊຣີ້ ທີ່ເອົາຊະນະ ເຈົ້າພາບ ອາກຊັງຕິນ 2-0.

ຂະນະທີ່ ອູຣູໄກວ ເອົາຊະນະ ກຳບີ້ ແບບຫວຸດວິດ 1-0 ຮອບ 8 ທີມສຸດທ້າຍ ໄປພົບກັບ ສະຫະລັດ ອາເມຣິກາ ແຊ້ມຂົງເຂດຄອນຄາເຄັຟ ຄັ້ງຫລ້າສຸດ ທີ່ເອົາຊະນະ ນູແວນເຊລັງ ແຊ້ມຂົງເຂດໂອເຊອານີ້ 4-0.

ຮອບ 8 ທີມສຸດທ້າຍ ຈະແຂ່ງຂັນວັນທີ 3 ແລະ 4 ມິຖຸນານີ້, ວັນທີ 3 ມິຖຸນາ: 2 ຄູ່: ອິດສະຣາແອນ ນ້ອງໃໝ່ ຮອງແຊ້ມເອີຣົບ ຄັ້ງຫລ້າສຸດ ພົບກັບ ເບຣຊິນ ແຊ້ມ 5 ສະໄໝ ແລະ ເປັນແຊ້ມອາເມຣິກາໃຕ້ຄັ້ງຫລ້າສຸດ ແລະ ໂຄລົມບີ້ ພົບ ອີຕາລີ.

ວັນທີ 4 ມິຖຸນານີ້ ສາທາລະນະລັດເກົາຫລີ ພົບ ນິເຊຣີ້ ແລະ ສະຫະລັດ ອາເມຣິກາ ພົບ ອູຣູໄກວ. ຊົມການຖ່າຍທອດສົດໄດ້ທາງເວັບໄຊ້ FIFA Plus.

Photo: FIFA

Leave a Reply

Your email address will not be published. Required fields are marked *