ສປປ ລາວ ຈະສົ່ງ 17 ປະເພດກິລາ ເຂົ້າຮ່ວມ ເອຊຽນເກມ ຄັ້ງທີ 19 ທີ່ປະເທດຈີນ

ສປປ ລາວ ຈະສົ່ງ 17 ປະເພດກິລາ ເຂົ້າຮ່ວມງານມະຫະກຳກິລາເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫາງໂຈວ່ ສປ ຈີນ ເປັນເຈົ້າພາບ ໃນລະຫວ່າງວັນທີ 23 ກັນຍາ – 8 ຕຸລາ 2023.

ສຳລັບ 17 ປະເພດກິລາປະກອບມີ: ລອຍນ້ຳ, ແລ່ນ-ລານ, ກະຕໍ້, ຍິງປືນ, ມວຍສາກົນ, ຢູໂດ້, ກາຣາເຕໂດ້, ເທຄວັນໂດ້, ມວຍປ້ຳ, ວູຊູ ຈູຈິດຊຸ, ເບັສບໍລ, ລົດຖີບ, ອີ-ສະປອດ, ກ໊ອຟ, ຢິມນາສຕິກ ແລະ ຊັອຟ ເທັນນິສ.

ຜົນງານຄັ້ງຜ່ານມາ ປີ 2018 ທີ່ນະຄອນຫລວງຈາກາຕ້າ ແລະ ເມືອງປາເລັມບັງ ປະເທດອິນໂດເນເຊຍ ຄະນະນັກກິລາລາວ ຍາດມາໄດ້ 2 ຫລຽນເງິນ 3 ຫລຽນທອງ.

2 ຫລຽນເງິນ ຈາກກິລາກະຕໍ້ ທີມຄູ່ຊາຍ ແລະ ປັນຈັກສີລັດ ປະເພດຕໍ່ສູ້ຍິງ ລຸ້ນນໍ້າໜັກ 60 ກິໂລ ນ້ອງ ອ້ອຍ ວົງພັກດີ.

3 ຫລຽນທອງ ຈາກກິລາກະຕໍ້ຍິງ 4 ຄົນ ແລະ ປັນຈັກສີລັດ ປະເພດຕໍ່ສູ້ ລຸ້ນນໍ້າໜັກ 55 ກິໂລ ນາງ ອໍລະໄທ ສູນທະວົງ ແລະ ທ້າວ ໂບ ວົງພັດດີ ລຸ້ນນໍ້າໜັກ ລຸ້ນນໍ້າໜັກ 55 ກິໂລ.

ສຳລັບ ກິລາເອຊຽນເກມ ຄັ້ງທີ ຄັ້ງທີ 19 ທີ່ນະຄອນຫາງໂຈວ່ ສປ ຈີນ ແມ່ນເລື່ອນມາຈາກປີ 2022 ຍ້ອນຜົນກະທົບຂອງພະຍາດໂຄວິດ-19 ເຊິ່ງເຈົ້າພາບໄດ້ບັນຈຸ 40 ປະເພດກິລາເຂົ້າແຂ່ງຂັນ ຊິງ 482 ຫລຽນຄຳ.

ສປປ ລາວ ສົ່ງຄະນະນັກກິລາເຂົ້າຮ່ວມ ເອຊຽນເກມ ມາແລ້ວ 11 ຄັ້ງ ໄດ້ມາ 4 ຫລຽນເງິນ 11 ຫລຽນທອງ ລວມ 15 ຫລຽນ.

ພາບ: ກົມກິລາລະດັບສູງ

Leave a Reply

Your email address will not be published. Required fields are marked *