ຟັອບ (Forbes) ວາລະສານທຸລະກິດຊື່ດັງຂອງ ສະຫະລັດ ອາເມຣິກາ ໄດ້ລາຍງານຜົນສຳຫລວດຫລ້າສຸດວ່າ: ສະໂມສອນບານເຕະມີມູນຄ່າສູງທີ່ສຸດໃນໂລກຂະນະນີ້ແມ່ນ: ຣາຊາຊຸດຂາວ ຣຽວ ມາດຣິດ ມີມູນຄ່າເຖິງ 6 ຕື້ 70 ລ້ານໂດລາສະຫະລັດ, ອັນດັບ 2 ແມນເຊັສເຕີ ຢູໄນເຕັດ ມີມູນຄ່າ 6 ຕື້ໂດລາສ, ທີ 3 ບາຣເຊໂລນ້າ 5 ຕື້ 510 ລ້ານໂດລາ, ທີ 4 ລີເວີພູລ 5 ຕື້ 290 ລ້ານໂດລາ, ທີ 5 ແມນຊິຕີ້ 4 ຕື້ 990 ລ້ານໂດລາ, ທີ 6 ບາເຢິນ ມິວນິກ 4 ຕື້ 860 ລ້ານໂດລາ, ທີ 7 ປາຣີ ແຊັງແຊກແມັງ 4 ຕື້ 210 ລ້ານໂດລາ, ທີ 8 ເຊວຊີ 3 ຕື້ 10 ລ້ານໂດລາ, ທີ 9 ສະເປີ 2 ຕື້ 80 ລ້ານໂດລາ ແລະ ທີ 10 ອາຣເຊນໍລ 2 ຕື້ 260 ລ້ານໂດລາສະຫະລັດ.
ສ່ວນອັນດັບທີ 11-20, ທີ 11 ຢູເວັນຕຸສ 2 ຕື້ 160 ລ້ານໂດລາ, ທີ 12 ດັອດມຸນ 1 ຕື້ 930 ລ້ານໂດລາ, ທີ 13 ແອັດມາດຣິດ 1 ຕື້ 540 ລ້ານໂດລາ, ທີ 14 ເອຊີ ມິລານ 1 ຕື້ 400 ລ້ານໂດລາ, ທີ 15 ເວັສແຮມ 1 ຕື້ 80 ລ້ານໂດລາ, ທີ 16 ອິນເຕີ ມິລານ 1 ຕື້ 30 ລ້ານໂດລາ, ທີ 17 ລັອສ ແອັງເຈວລິສ ເອັຟຊີ 1 ຕື້ໂດລາ, ທີ 18 ເອວເອ ກາແລັກຊີ້ 925 ລ້ານໂດລາ, ທີ 19 ແອັດແລນຕ້າ ຢູໄນເຕັດ 850 ລ້ານໂດລາ ແລະ ອັນດັບທີ 20 ຄຣິສຕັນ ພາເລດ 806 ລ້ານໂດລາ.
ທີມຈາກອັງກິດ ທີມອື່ນທີ່ຕິດອັນດັບ 1-25: ນິວຄາສເຊິນ ທີ 22 ມີມູນຄ່າປະມານ 794 ລ້ານໂດລາ, ເລັສເຕີ ຊິຕີ້ ທີ 23 ມີມູນຄ່າ 781 ລ້ານໂດລາ, ທີ 24 ແອັສຕັນ ວິນລ້າ 756 ລ້ານໂດລາ ແລະ ເອັຟເວີຕັນ ທີ 25 ມີມູນຄ່າປະມານ 744 ລ້ານໂດລາ. ອັນດັບທັອບ 25 ມີທີມຈາກອັງກິດຕິດມາເຖິງ 12 ທີມ.
ປີນີ້ຜົນສຳຫລວດເຫັນໄດ້ວ່າ ທັອບ 20 ທີມ ມີມູນຄ່າເພີ່ມຂຶ້ນ 14% ໂດຍສະເພາະ ແມນຢູ ມີມູນຄ່າເພີ່ມຂຶ້ນເຖິງ 30% ທຽບໃສ່ປີຜ່ານມາ, ສ່ວນ ຣຽວ ມາດຣິດ ເພີ່ມຂຶ້ນ 19% ແລະ ນິວຄາສເຊິນເພີ່ມຂຶ້ນເຖິງ 51% ຍ້ອນໄດ້ໄປ ແຊ້ມປ້ຽນລີກ ລະດູການໜ້າ ແລະ ໄດ້ເຈົ້າຈອງໃໝ່ ມະຫາເສດຖີຈາກຊາອຸດິອາຣາເບຍ.
ການສຳຫລວດສະໂມສອນບານເຕະມີມູນຄ່າສູງທີ່ສຸດໃນໂລກຂອງ ຟັອບ (Forbes) ເລີ່ມມາແຕ່ປີ 2004 ມີພຽງ ຣຽວ ມາດຣິດ ແລະ ແມນຢູ ຍັງຮັກສາອັນດັບບໍ່ຫລຸດ 1 ໃນ 5.