ອີຕາລີ ຊະນະ ອັງກິດ 2-1 ເຂົ້າຮອບ 8 ທີມສຸດທ້າຍ U20 ປີ ຊິງແຊ້ມໂລກ 2023 ສ່ວນເຈົ້າພາບຕົກຮອບ!

ການແຂ່ງຂັນເຕະບານ ຮຸ່ນອາຍຸບໍ່ເກີນ 20 ປີ ຫລື U20 ຊິງແຊ້ມໂລກ 2023 ທີ່ປະເທດອາກຊັງຕິນ, ຮອບ 16 ທີມສຸດທ້າຍ 4 ຄູ່ ໃນວັນທີ 31 ພຶດສະພາຜ່ານມາ, ອັງກິດ ເສຍໃຫ້ ອີຕາລີ 1-2 ເຂົ້າຮອບ 8 ທີມສຸດທ້າຍ ໄປພົບກັບ ໂຄລົມບີ້ ທີ່ເອົາຊະນະ ສະໂລວັກ 5-1.

ຂະນະທີ່ ເຈົ້າພາບ ອາກຊັງຕິນ ເສຍໃຫ້ ນິເຊຣີ້ 0-2 ນິເຊຣີ້ ເຂົ້າຮອບ 8 ທີມສຸດທ້າຍ ລໍຖ້າພົບກັບຜູ້ຊະນະລະຫວ່າງ ເອກົວດໍຣ ຫລື ສາທາລະນະລັດເກົາຫລີ.

ສ່ວນ ເບຣຊິນ ແຊ້ມ 5 ສະໄໝ ຊະນະ ຕູນີຊີ້ 4-1 ຮອບ 8 ທີມສຸດທ້າຍ ພົບກັບ ອິດສະຣາແອນ ນ້ອງໃໝ່ ຮອງແຊ້ມເອີຣົບ ຄັ້ງຫລ້າສຸດ ເອົາຊະນະ ອຸດສະເບກິດສະຖານ ແຊ້ມອາຊີ ແບບຫວຸດວິດ 1-0.

ສຳລັບຄືນນີ້ ມີແຂ່ງຂັນ 2 ຄູ່: ແກມເບຍ (ກຳບີ້) ພົບ ອູຣູໄກວ ເວລາ 19:30 ແລະ ເອກົວດໍຣ ພົບ ສາທາລະນະລັດເກົາຫລີ ເວລາ 23:00. ຊົມການຖ່າຍທອດສົດໄດ້ທາງເວັບໄຊ້ FIFA Plus.

Photo: FIFA

Leave a Reply

Your email address will not be published. Required fields are marked *