ສົມສາຍາ ລາຊາແຫ່ງ ຢູໂຣປ້າລີກ! ເຊບີຢ້າ ເພີ່ມສະຖິຕິຄອງແຊ້ມ ຢູໂຣປ້າລີກ ສູງສຸດເປັນສະໄໝທີ 7

ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າລີກ ຮອບຊິງຊະນະເລີດ ລະດູການ 2022-23 ເມື່ອວັນທີ 31 ພຶດສະພາ 2023 ເຊບີຢ້າ ຈາກແອັສປາຍ ແຊ້ມ 6 ສະໄໝ ພົບກັບ ໂຣມ້າ ຈາກອີຕາລີ ທີ່ເຂົ້າຊິງເປັນຄັ້ງທີສອງ ໃນຮອບ 22 ປີ, ໂຣມ້າ ເປັນຝ່າຍອອກນຳກ່ອນໃນເຄິ່ງເວລາທີໜຶ່ງຈາກ ປາໂບ ດີບາລ້າ ນາທີ 34′ ເຄິ່ງຫລັງ ເຊບີຢ້າ ຕີສະເໝີໄດ້ຈາກການສະກັດບານເຂົ້າປະຕູຕົນເອງຂອງ ຈານລູກ້າ ແມນຊີນີ້ ນາທີ 55′ ຈົບເກມ 90′ ນາທີ ສະເໝີກັນ 1-1 ຕໍ່ເວລາພິເສດອີກ 30′ ນາທີ ກໍບໍ່ມີປະຕູເພີ່ມ ຕ້ອງມາດວນຈຸດໂທດຕັດສິນ ແລະ ເປັນ ເຊບີຢ້າ ຍິງໄດ້ຄົມກວ່າ ຊະນະດວນຈຸດໂທດ 4-1 ຢາສຊິນ ບູນູ ຜູ້ຮັກສາປະຕູທີມຊາດໂມຣັອກໂຄ (ມາຣົກ) ສວມບົດບາດຮີໂຣ້ ເຊັຟສອງຈຸດໂທດ ຊ່ວຍ ເຊບີຢ້າ ຄອງສາຍາ ລາຊາແຫ່ງ ຢູໂຣປ້າລີກ ເຂົ້າຊິງ 7 ຄັ້ງ ເປັນແຊ້ມທັງ 7 ຄັ້ງ, ຄວ້າສິດໄປ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມລະດູການໜ້າ.

ຂະນະທີ່ ໂຈເຊ້ ມູຣິນໂຢ້ ເສຍສະຖິຕິຄຸມທີມເສຍໃນຮອບຊິງບານເອີຣົບຄັ້ງທຳອິດ.

Image: UEFA Europa League

Leave a Reply

Your email address will not be published. Required fields are marked *